ສປຊ ແລະ ອາເມລິກາ ຮຽກຮ້ອງ ສປປ.ເກົາຫຼີ ພິຈາລະນາແຜນການ ຍິງດາວທຽມຄືນໃໝ່

ສປຊ ແລະ ອາເມລິກາ ຮຽກຮ້ອງ ສປປ.ເກົາຫຼີ ພິຈາລະນາແຜນການ ຍິງດາວທຽມຄືນໃໝ່ - ảnh 1
( ພາບປະກອບ )

( vovworld ) - ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ບານ​ກີ​ມູນ, ​ໄດ້​ກະຕຸກຊຸກຍູ້ ສປປ.​ເກົາຫຼີ ພິຈາລະນາ​​ແຜນການ​ຍິງ​ດາວ​ທຽມ​ໃນ​ເດືອນ ​ເມສາ ທີ່​ຈະ​ມາ​ເຖິງຄືນ​ໃໝ່, ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ​ໄດ້​ຖື​ວ່າ​ເລື່ອງ​ດັ່ງກ່າວ​ສາມາດ​ສົ່ງ​ຜົນ​ສະທ້ອນ​ເຖິງ​ແຜນ​ການ​ຊ່ວຍ​ເຫຼືອດ້ານ​ທັນ​ຍາ​ຫານ​ໃຫ້​ແກ່​ສປປ.​ເກົາຫຼີ. ພາຍຫຼັງ​ບັນດາ​ສື​່ມວນ​ຊົນ​ຂອງ​ສປປ.​ເກົາຫຼີ ​ໄດ້​ຖະ​ແຫຼ​ງຂ່າວກ່ຽວ​ກັບຂໍ້​ຕົກລົງ​ຍິງ​ດາວ​ທຽມ​ຂອງ​ພຽງ​ຢ່າງ​ໃນ​ໄລຍະ​ແຕ່​ວັນທີ 12 – 14/4 ດ້ວຍ​ລູກ​ສອນ​ໄຟ Unha 3 ນັ້ນ, ອາ​ເມ​ລິ​ການ, ສ.​ເກົາຫຼີ ​ແລະ ຍີ່​ປຸ່ນ ລ້ວນ​ແຕ່​ກ່າວ​ປະນາມແຜນການນີ້​ ​ແລະ ຖື​ວ່າ​ແຜນການ​ໄດ້​ລະ​ເມີດ​ຂໍ້​ຫ້າມ​ຂອງ​ສະຫະ​ປະຊາ​ຊາດ​ສຳລັບ​ການ​ຍິງ​ດາວ​ທຽມ​ຂອງ​ສປປ.​ເກົາຫຼີ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ວິລູກ​ສອນ​ໄຟ​ນຳ​ວິຖີ. ​ແຈ້ງ​ການຈາກ​ຫ້ອງການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ບານ​ກີ​ມູນ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ​ກ່ຽວ​ກັບ​ແຜນການ​ຍິງ​ດາວ​ທຽມ​ດັ່ງກ່າວ​ຂອງ​ສປປ.​ເກົາຫຼີ.
ຂ່າວ/ບົດ​ອື່ນ