ສປຊຕ້ອງສືບຕໍ່ປະຕິຮູບເພື່ອເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ

ສປຊຕ້ອງສືບຕໍ່ປະຕິຮູບເພື່ອເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ເຟືອງ​ງາ
 ຫົວໜ້າ​ຄະນະ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາຍ: TTXVN)

(vovworld) – ​ ສະຫະປະຊາຊາດ ຕ້ອງ​ສືບ​ຕໍ່​ປະຕິ​ຮູ​ບ​ ເພື່ອ​ເຄື່ອນ​ໄຫ​ວຢ່າງມີ​ປະສິດທິ​ຜົນ​ກ່ວາ, ສິ່ງ​ນີ້​ໄດ້​ຮັບ​ການ​ເນັ້ນ​ໜັກ​ຈາກ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ສປຊ, ​ຢູ່​ວາລະ​ປຶກສາ​ຫາລື​ຮ່ວມ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸດ​ທີ 70 ດ້ວຍ​ຫົວ​ຂໍ້ “ສະຫະ​ປະຊາ​ຊາດ​ໄລຍະ​ທາງ​ເພື່ອ​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ​ເຄົາລົບ​ສິດ​ມະນຸດ” ຊຶ່ງດຳ​ເນີນ​ໃນ​ວັນ​ທີ 2/10. ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ໃໝ່, ຫົວໜ້າ​ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖື​ວ່າ: ສະຫະ​ປະຊາ​ຊາດຕ້ອງ​ສືບ​ຕໍ່​​ສວມ​ບົດບາດ​ເປັນ​ສູນ​ກາງ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ​ຄື: ການ​ປະ​ທະ​ກັນ ​ແລະ ການ​ຂັດ​ແຍ້​ງກັນ, ຫລຸດຜ່ອນ​ອາວຸດ​ນິວ​ເຄຼັຍ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ການ​ກໍ່​ການ​ຮ້າຍ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ​​ໂຄງການ​ດຳ​ເນີນ​ງານ​ເຖິງ​ປີ 2030 ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​​ຈະເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດ​ສຳ​ເລັດ​​ໂຄງກາ​ນນີ້.

        ຢູ່​ລະດັບ​ພາກ​ພື້ນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ຫວຽດນາມ ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ມາດ​ຕະການ​ໂດຍສັນຕິ​ວິທີ, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຕັ້ງໜ້າ​ປະຕິບັດ​ຄົບ​ຖ້ວນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ (COC) ໂດຍ​ໄວ.

ຂ່າວ/ບົດ​ອື່ນ