ສປຊປະກາດບົດລາຍງານໃຫມ່ກ່ຽວຂ້ອງເຖິງເຫດການນິວເຄຼຍຍ້ອນແຜນດິນໄຫວຢູ່ຍີ່ປຸ່ນ

ສປຊປະກາດບົດລາຍງານໃຫມ່ກ່ຽວຂ້ອງເຖິງເຫດການນິວເຄຼຍຍ້ອນແຜນດິນໄຫວຢູ່ຍີ່ປຸ່ນ - ảnh 1
ໂຮງງານ Fukushima
ພາບ:internet


(vovworld) - ທາດ​ກຳ​ມັນ​ຕະພາບ​ລັງສີ​ຖືກ​ຮົ່ວ​ໄຫລ​ພາຍຫລັງ​ເຫດການ​ໂຮງງານ Fukushima ​ເລກ 1 ຂອງ​ຍີ່​ປຸ່ນ ​​ເກີດ​ຂຶ້ນ​ເມື່ອ​ເດືອນ 3/2011 ອາດ​ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ເຖິງ​ສຸຂະພາບ​ຂອງ​ມະນຸດ ​ແລະ ຈຳນວນ​ຜູ້​ຕິດ​ໂລກ​ມະ​ເຮັງ​ຢູ່​ຍີ່​ປຸ່ນ ພາຍຫລັງ​​ເກີດ​ເຫດການ​ດັ່ງກ່າວ​ຈະ​ບໍ່​ເພີ່ມ​ຂຶ້ນ​ຍ້ອນ​ລັດຖະບານ ຍີ່​ປຸ່ນ ​ໄດ້​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຢ່າງ​ທັນ​ການ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ຄະນະ​ກຳມະການ​ວິທະຍາສາດ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ກຳ​ມັນ​ຕະພາບ​ລັງສີ ຂຶ້ນ​ກັບ ສປຊ ​(UNSCEAR) ໄດ້​ຍົກ​ອອກ​​ໃນ​ກອງ​ປະຊຸມ​ເມື່ອ​ວັນ​ທີ 31/5 ຢູ່ ນະຄອນ ວຽນ ປະ​ເທດ​ອົດ​ຕະລິດ ​ເພື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ຍື່ນ​ສະ​ເຫ​ນີຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ​ໃນ​ທ້າຍ​ປີ​ນີ້. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ, ທ່ານ Wolfgang Weiss ສະມາຊິກ​ຂັ້ນ​ສູງ​ຂອງ UNSCEAR ​ໄດ້​ຢືນຢັນ​ວ່າ: ການ​ຮັບ​ມື​ຢ່າງ​ທັນ​ການ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ຍີ່​ປຸ່ນ ຍົກຍ້າຍ​ປະຊາຊົນ​ນັບ​ໝື່ນ​ຄົນ​ອອກ​ຈາກ​ເຂດ​ຖືກ​ຜົນ​ສະທ້ອນ​​ໄດ້​ຊ່ວຍ​ຫລຸດຜ່ອນ​ອັດຕາ​ສ່ວນ​ຜູ້​ຖືກ​ຜົນ​ສະທ້ອນ​ຈາກ​ກຳ​ມັນ​ຕະພາບ​ລັງສີ.

ຂ່າວ/ບົດ​ອື່ນ