ສປຊສະໜັບສະໜູນຂໍ້ສະເໜີຂອງທູດພິເສດກ່ຽວກັບການແກ້ໄຂວິກິດການຊີຣີ

ສປຊສະໜັບສະໜູນຂໍ້ສະເໜີຂອງທູດພິເສດກ່ຽວກັບການແກ້ໄຂວິກິດການຊີຣີ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 17/08, ສະ​ພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການປະທານ ສະໜັບສະໜູນ​ຂໍ້​ລິ​ເລີ່​ມຂອງ​ທູດ​ພິ​ເສດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບຊີຣີ ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຖະ​ແຫຼ​ງການ​ຮ່ວມ ​ເຊ​ີ​ແນວ. ຖະ​ແຫຼງການ​ປະທານ ລວມມີ 16 ຂໍ້​ຂອງພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຊີ້​ແຈ​້ງວ່າ ອົງການ​ນີ້​​​ສະໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ຂອງ​ທູດ​ພິ​ເສດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຊີ​ຣີ, ທ່ານ Staffan de Mistura ກ່ຽວ​ກັບ​ການ​ສ້າງ​ຕັ້ງ 4 ​ກຸ່ມ​ປະຕິບັດ​ງານ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້ຕາງ​ໜ້າ​ລັດຖະບານ​ຊີ​ຣີ ​ແລະ ກຳລັງ​ຝ່າຍ​ຄ້ານ ​ເພື່ອ​ແນ​ໃສ່​ດຳ​​ເນີນ​ການ​ເຈລະຈາ​ດ້ານ​ການ​ເມືອງ ​ແລະ ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ເຊີ​ແນວ. ຖະ​ແຫຼ​ງການ​ປະທານ ກໍ​ຊ​ີ້​ແຈ້​ງວ່າ, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຢືນຢັນ ​ເຄົາລົບ​ອະທິປະ​ໄຕ, ​ເອກະລາດ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັບ​ຄົບ​ຖ້ວນ​ຂອງ​ຊີຣີ, ພ້ອມ​ທັງ​ສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ​ໄພ​ນາບ​ຂູ່​ຈາກ​ບັນດາ​ກຸ່ມ​ກໍ່​ການ​ຮ​້າຍຄື: ກຸ່ມລັດ​ອິດສລາມ IS ຂະໜານ​ນາມ​ເອງ ​ແລະ Al Nusra ​ເຊິ່ງພວມ​ຄວບ​ຄຸມ​​ຜືນ​ແຜນ​ດິນສ່ວນ​ໜຶ່ງຂອງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ກໍ​ຮຽກຮ້ອງ​ທຸກ​ຝ່າ​ຍຕ້ອງ​ກີດ​ຂວາງ​ບັນດາ​ການ​ກະທຳ​ກໍ​່ການ​ຮ້າຍຂອງ IS, Al Nusra  ​ແລະ ບັນດາ​ກຸ່ມ​ອື່ນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​​ເຖິງ​​ເຄືອ​ຂ່າຍ​ກໍ່ການ​ຮ້າຍ Al Qaeda.

ຂ່າວ/ບົດ​ອື່ນ