ສປຊອະນຸຍາດໃຫ້ສ.ເກົາຫຼີແລະສປປ.ເກົາຫຼີຟື້ນຟູສາຍຕິດຕໍ່ດ້ານການທະຫານ

(VOVWORLD) -ຄະນະກຳມະການລົງໂທດສປປ.ເກົາຫຼີ ຂອງສະຫະປະຊາຊາດ ໄດ້ເຫັນດີກັບຂໍ້ສະເໜີຂອງສ.ເກົາຫຼີ ກ່ຽວກັບເລື່ອງຟື້ນຟູບັນດາສາຍຕິດຕໍ່ດ້ານການທະຫານລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ.
ສປຊອະນຸຍາດໃຫ້ສ.ເກົາຫຼີແລະສປປ.ເກົາຫຼີຟື້ນຟູສາຍຕິດຕໍ່ດ້ານການທະຫານ - ảnh 1(ພາບປະກອບ: YONHAP/ TTXVN)

ວັນທີ 16 ກໍລະກົດ, ເຈົ້າໜ້າທີ່ການທູດສະພາຄວາມໝັ້ນຄົງສະຫະປະຊາຊາດທ່ານໜຶ່ງໃຫ້ຮູ້ວ່າ, ຄະນະກຳມະການລວມມີສະມາຊິກ 15 ທ່ານດັ່ງກ່າວຈະອະນຸຍາດໃຫ້ນຳໃຊ້ບັນດາວັດຖຸອຸປະກອນ ແລະ ເຄື່ອງອຸປະກອນພິເສດ, ຄືສາຍໃຍແກ້ວ, ລົດເມ, ລົດບັນທຸກ, ນ້ຳມັນ… ໃຫ້ແກ່ເລື່ອງຟື້ນຟູສາຍຕິດຕໍ່ດ້ານການທະຫານ.

        ໃນອາທິດກ່ອນ, ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳສະຫະປະຊາຊາດ ໄດ້ຝາກຈົດໝາຍເຖິງຜູ້ນຳໜ້າຄະນະກຳມະການດັ່ງກ່າວ ສະເໜີຟື້ນຟູສາຍຕິດຕໍ່ດ້ານການທະຫານ. ຈົດໝາຍໄດ້ວາດພາບເລື່ອງຟື້ນຟູສາຍຕິດຕໍ່ດ່ວນດັ່ງກ່າວແມ່ນ “ມາດຕະການຕໍ່ໄປ” ເພື່ອແນໃສ່ປະຕິບັດຖະແຫຼງການຮ່ວມ Panmunjom ເຊິ່ງການນຳສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຮັບຮອງເອົາທີ່ການພົບປະຂັ້ນສຸດຍອດເມື່ອວັນທີ  27 ເມສາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ