ສປຊຮຽກຮອ້ງໃຫ້ຝ່າຍ ຕ່າງໆຈົ່ງລະງັບໃຈ ພາຍຫຼັງອິດສະຣາແອນ ບຸກໂຈມຕີ ເຂົ້າຊີຣີ

ສປຊຮຽກຮອ້ງໃຫ້ຝ່າຍ ຕ່າງໆຈົ່ງລະງັບໃຈ ພາຍຫຼັງອິດສະຣາແອນ ບຸກໂຈມຕີ ເຂົ້າຊີຣີ - ảnh 1
ອິດສະຣາ​ແອນ​ບຸກ​ໂຈມ​ຕີ​ຊີຣີ

(ພາບ:AP)

(vovworld)- ວັນ​ທີ 5/5, ທ່ານ Ban Ki Moon ​ເລຂາທິການ​ໃຫ່ຍ ສປຊ ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ພ້ອມ​ກັນ​ລະງັບ​ໃຈ​ເພື່ອ​ຫລີກ​​ເວັ້ນບໍ່ໃຫ້ການ​ປະ​ທະ​ກັນ​ຢູ່​ຊີຣີ ປິນຂັ້ນ​ໄດ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິດສະຣາ​ແອນ ​ເຂົ້າຊີຣີ. ທ່ານເລຂາທິການ​ໃຫ່ຍ ສປຊ ສະ​ເໜີ​ໃຫ້​ທຸກໆ​ຝ່າຍ​ຈົ່ງ​ມີ​ການ​ລະງັບ​ໃຈ ພ້ອມ​ທັງ​ມີ​ການ​ກະທຳ​ໂດຍ​ມີ​ຄວາມ​ຮັບຜິດຊອບ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນການ​ປະ​ທະ​ກັນ​ປິນຂັ້ນ​ໄດ ​ແລະ ກໍ່​ຜົນ​ເສຍ​ຫາຍ​ອັນ​ໜັກໜ່ວງ. ທ່ານ Ban Ki Moon  ກໍ​ໄດ້​ໂອ້ລົມ​ທາງ​ໂທລະສັບ​ກັບ​ທ່ານ Nabil ElAraby ​ເລຂາທິການ​ໃຫ່ຍສະຫະພັນ​ອາຣັບ ​ໃນ​ວັນ​ທີ 5/5 ​ເພື່ອ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ອັນ​ເລິກ​ເຊິ່ງຕໍ່ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິດສະຣາ​ແອນ ​ເຂົ້າຊີຣີ. ​ໃນ​ຂະນະ​ນັ້ນ, ຊີຣີ ຢືນຢັນ​ວ່າ​ຈະໂຕ້​ຕອບ​ຄືນ​ການ​ບຸກ​ໂຈ​ມຕີ​ໃໝ່​ຄັ້ງຕ່າງໆຂອງ​ອິດສະຣາ​ແອນ ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ​​ໃສ່​ບັນດາ​ເປົ້າໝາຍ​ໃນ​ເຂດ​ດິນ​ແດນ​ອິດສະຣາ​ແອນ. ກອງທັບ​ຊີຣີ ​ໄດ້​ຮັບ​ຄຳ​ສັ່ງ​ໂຕ້​ຕອບ​ຄືນ​ບໍ່​ວ່າການ​ບຸກ​ໂຈມ​ຕີຄັ້ງ​ໃດ​ ຂອງ​ອິດສະຣາ​ແອນ ​ແຕ່​ບໍ່​ຕ້ອງ​ລໍຖ້າ​ຄຳ​ສັ່ງ​ຈາກ​ກອງ​ບັນຊາ​ການ​ສູງ​ສຸດ.

ຂ່າວ/ບົດ​ອື່ນ