ສປຊແລະອາຊຽນມີຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມື

ສປຊແລະອາຊຽນມີຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມື - ảnh 1

ທ່ານ Miroslav Jenča ແລະ ທ່ານ ເລ​ເລືອງ​ມີງ
ພາບ:baomoi.com

(vovworld)- ​ທີ່​ການ​ປະ​ຊຸມ​ຂ່າວ​ລະ​ຫວ​່າງ ທ່ານ Miroslav Jenca, ​ຜູ້​ຊ່​ວຍ​ວຽກ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ເມືອງ ແລະ ທ່ານ ເລ​ເລືອງ​ມີງ, ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ດຳ​ເນີນ​ໄປໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ສອງ​ຝ່າຍ ຢືນ​ຢັນ ສ​ປ​ຊ ແລະ ອາ​ຊຽນ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ການ​ພົວ​ພັນ​ໃນ​ຂອບ​ເຂດ “ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ”. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ແລະ ຜູ້​ຊ່ວຍ​ວຽກ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເຫັນ​ດີ​ພິ​ຈາ​ລະ​ນາ​ສ້າງ​ແຜນ​ການ​ຍາວ​ນານ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື ອາ​ຊຽນ - ສ​ປ​ຊ ໃນ​ນັ້ນ ມີ​ການ​ສ້າງ​ຕັ້ງ​ປ​ະ​ຊາ​ຄົມ ອາ​ຊຽນ ໃນ​ທ້າຍ​ປີນີ້ ແລະ ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ ສ​ປ​ຊ.

 

 

 

 

 

ຂ່າວ/ບົດ​ອື່ນ