ສປປ ລາວ ມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ເພີ່ມອີກ 1 ຄົນ ລວມເປັນ 3 ຄົນ

(VOVWORLD) -ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ

ສປປ ລາວ ມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ເພີ່ມອີກ 1 ຄົນ ລວມເປັນ 3 ຄົນ     - ảnh 1 ພິທີ ຖະແຫລງຂ່າວກ່ຽວກັບ ການແຜ່ລະບາດຂອງເຊື້ອພະຍາດ ໄວຣັສໂຄວິດ-19

(ພາບ: KPL)

ຕາມແຫຼ່ງຂ່າວຈາກ Kpl, ໃນວັນທີ 25 ມີນາ 2020 ຢູ່ ກະຊວງ ສາທາລະນະສຸກ ລາວໄດ້ຈັດພິທີ ຖະແຫລງຂ່າວກ່ຽວກັບ ການແຜ່ລະບາດຂອງເຊື້ອພະຍາດ ໄວຣັສໂຄວິດ-19 ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດ, ທ່ານ ດຣ. ພອນປະ ເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ພ້ອມດ້ວຍສື່ມ່ວນຊົນ ເຂົ້າຮ່ວມ.

ທ່ານ ດຣ. ພູທອນ ເມືອງປາກຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ມີການພົວພັນກັບ ທ້າວ ສີລິສັກ ຜູ້ຕິດເຊື້ອຢູ່ໂຮງແຮມ ຄຮາວພາຊາ. ປັດຈຸບັນ ມີຜູ້ຕິດເຊື້ອແລ້ວ 3 ຄົນ ແລະ ໄດ້ເຂົ້າຮັບການປິ່ນປົ່ວເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້, ຍັງມີຜູ້ທີ່ໃກ້ຊິດ ແລະ ສຳຜັດ ກັບ 2 ຄົນທີ່ຕິດເຊື້ອມາກ່ອນໜ້ານີ້ ມີ 133 ຄົນ ແລະ ໄດ້ນໍາຕົວຢ່າງມາວິໄຈຈໍານວນ 13 ກໍລະນີ ແລະ ຍັງລໍຖ້າຜົນກວດຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ