ສປປ ລາວ ມອບຫລຽນໄຊ ໃຫ້ແກ່ການນຳກະຊວງປ້ອງກັນປະເທດ ຫວຽດນາມ

ສປປ ລາວ  ມອບຫລຽນໄຊ ໃຫ້ແກ່ການນຳກະຊວງປ້ອງກັນປະເທດ ຫວຽດນາມ - ảnh 1
ພົນ​ໂທ ດວງ​ໃຈ ພິຈິດປະດັບ​ຫລຽນ​ໄຊ​ໃຫ້ແກ່ການນຳ, ອະດີດການນຳ
ກະຊວງປ້ອງກັນປະເທດ ຫວຽດນາມ
ພາບ:internet


(vovword) - ຕອນ​ເຊົ້າ​ວັນ​ທີ 21/7 ຢູ່ ຮ່າ​ໂນ້ຍ, ​​ເນື່ອງ​ໃນ​ໂອກາດ​ລະນຶກ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິ​ສັນຍາ​ມິດຕະພາບ​ ​ ການ​ຮ່ວມ​ມື ຫວຽດນາມ - ລາວ ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ,ຕາງຫນ້າ​ໃຫ້​ລັດຖະບານ ສປປ ລາວ, ພົນ​ໂທ ດວງ​ໃຈ ພິຈິດ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ໄດ້​ປະດັບ​ຫລຽນ​ໄຊ​ອິດສະຫລະ​ຊັ້ນ​ຫນຶ່ງ ​ແລະ ຊັ້ນ​ສອງ ​ໃຫ້​ແກ່​ພະນັກງານ 12 ທ່ານ ຊຶ່ງ​ແມ່ນ​ການ​ນຳ, ອະດີດ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຍ້ອນ​ມີ​ການ​ປະກອບສ່ວນ​ທາງ​ພູມ​ປັນຍາ, ກຳລັງ​ເຫ່ືອ​ແຮງ​ຊ່ວຍ​ເຫລືອກ​ອງທັບ​ປະຊາຊົນ​ປະຕິວັດ​ລາວ​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ​ການ​ນຳ, ຜູ້​ບັນຊາ​ການ, ພະນັກງານ​ວິຊາ​ສະ​ເພາະ​ໄລຍະ 2005 - 2010, ປະກອບສ່ວນ​​ຢ່າງ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ປະຕິວັດ​ລາວ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ແລະ ທັນ​ສະ​ໄຫມ​ເທ່ືອ​ລະ​ກ້າວ. ຕາງຫນ້າ​ໃຫ້ຄະນະພັກການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ພົນ​ໂຕ ​ໂດ໋ບາ​ຕີ້, ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ບັນດາ​ອາລົມ​ຈິດ​ຂອງ​ພັກ, ລັດ, ກອງ​ທັບ ​ແລະ ປະຊາຊົນ​ລາວ​ອ້າຍ​ນ້ອງ ທີ່​ໄດ້​ສະ​ຫງວນ​ໃຫ້​ແກ່​ກອງທັບ​ປະຊາຊົນ ຫວຽດນາມ ​ເວົ້າ​ລວມ ​ແລະ ຢືນຢັນ​​ເຖິງຄວາມ​ສາມັກຄີ, ສະຫນິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນ, ກອງທັບສອງ​ປະ​ເທດ. ພົນ​ໂທ ໂດ໋ບາ​ຕີ້ ກ່າວ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຖື​ເປັນ​ກຽດ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ລາວ​ມອບ​ໃຫ້​ໃນ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຍິ່ງ​ເຫັນ​ໄດ້​ຫນ້າ​ທີ່ຄວາມ​ຮັບຜິດຊອບ​ອັນ​ຍິ່ງໃຫຍ່​ຂອງຕົນ ​ແລະ ຕ້ອງ​ສືບ​ຕໍ່​ຊ່ວຍ​ເຫລືອ​ບັນດາ​ສະຫາຍ​ກວ່າ​ອີກ​ເພື່ອ​ກໍ່ສ້າງ​ກອງທັບ​ສອງປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ, ຊຳນານ​ຮົບ​ ​ແລະ ທັນ​ສະ​ໄຫມ.”

ຂ່າວ/ບົດ​ອື່ນ