ສປປ ເກົາຫຼີ ກະກຽມຍິງດາວທຽມ

(VOVWORLD) - JCG ກຳນົດ 3 ເຂດອັນຕະລາຍຢູ່ທະເລ ທີ່ໄດ້ຮັບຖືວ່າແມ່ນບ່ອນຊາກຂອງລູກສອນໄຟຈະຕົກລົງ.

ວັນທີ 27 ພຶດສະພາ, ສື່ມວນຊົນພາກພື້ນໄດ້ຄັດສະເໜີຂ່າວຈາກກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ (JCG) ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ແຈ້ງໃຫ້ຝ່າຍ ຍີ່ປຸ່ນ ຮັບຊາບແຜນການຂອງພຽງຢາງ ຍິງລູກສອນໄຟທີ່ຖືດາວທຽມຂຶ້ນໄປນຳໃນໄລຍະເວລາ 8 ວັນ, ນັບແຕ່ວັນທີ 27 ພຶດສະພາ ຫາວັນທີ 3 ມິຖຸນາ.

        JCG ກຳນົດ 3 ເຂດອັນຕະລາຍຢູ່ທະເລ ທີ່ໄດ້ຮັບຖືວ່າແມ່ນບ່ອນຊາກຂອງລູກສອນໄຟຈະຕົກລົງ. ໃນນັ້ນ, 2 ເຂດແມ່ນຢູ່ທາງທິດຕາເວັນຕົກ ແຫຼມ ເກົາຫຼີ, ອີກເຂດໜຶ່ງແມ່ນຢູ່ທາງທິດຕາເວັນອອກຂອງເກາະ Luzon ຂອງປະເທດ ຟິລິບປິນ. ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍ ພຽງຢາງ ຍັງບໍ່ທັນຢັ້ງຢືນແຜນການດັ່ງກ່າວເທື່ອ.

        ສປປ ເກົາຫຼີ ຍິງດາວທຽມ Malligyong-1 ໃນປີ 2023 ພາຍຫຼັງທົດລອງປະລາໄຊສອງເທື່ອ ໃນເດືອນ ພຶດສະພາ ແລະ ເດືອນສິງຫາປີດຽວກັນ. ສປປ ເກົາຫຼີ ໄດ້ຮັບຖືວ່າ ມີແຜນການນຳດາວທຽມສອດແນມເຂົ້າວົງໂຄຈອນໃນປີ 2024 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ