ສປປ ເກົາຫຼີ ກ່າວຫາ ອາເມລິກາ ກີດຂວາງການໄກ່ເກ່ຍລະຫວ່າງ 2 ພາກເກົາຫຼີ

(VOVWORLD) - ເພື່ອແນໃສ່ທຳລາຍສະພາບການທີ່ຫາກໍ່ໄດ້ຮັບການປັບປຸງຂອງການພົວພັນລະຫວ່າງ 2 ພາກເກົາຫຼີ, ຕ້ານຄວາມມຸ່ງມາດປາດຖະໜາ ແລະ ຄຳຮຽກຮ້ອງຂອງຫາງສຽງພາຍໃນ ແລະ ຕ່າງປະເທດກ່ຽວກັບການໄກ່ເກ່ຍ ແລະ ສັນຕິພາບໃນແຫຼມ ເກົາຫຼີ.

ສປປ ເກົາຫຼີ ກ່າວຫາ ອາເມລິກາ ກີດຂວາງການໄກ່ເກ່ຍລະຫວ່າງ 2 ພາກເກົາຫຼີ  - ảnh 1 ກ່ຳປັ່ນ ຂອງ ອາເມລິກາ

(ພາບ: Yonhap/TTXVN)

ວັນທີ 13 ມັງກອນ, ສປປ ເກົາຫຼີ ກ່າວຫາ ອາເມລິກາ ພວມຊອກຫາມາດຕະການມ້າງທຳລາຍວິກິດການໄກ່ເກ່ຍທີ່ຫາກໍ່ເລີ່ມເຄື່ອນໄຫວຄືນໃໝ່ໃນການພົວພັນລະຫວ່າງ 2 ພາກເກົາຫຼີ. ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ ມີບົດນຳໃຫ້ຮູ້ວ່າ: ອາເມລິກາ ປະກາດ ແຜນການຜັນຂະຫຍາຍກ່ຳປັ່ນ Ronald Reagan ໄປຍັງ ຍີ່ປຸ່ນ ແລະ ກ່ຳປັ່ນ Carl Vinson ໄປຍັງ ແຫຼມ ເກົາຫຼີ, ຄຽງຂ້າງບັນດາອາວຸດຍຸດທະສາດອື່ນໆ ແລະ ເພີ່ມທະວີທະຫານເປັນຈຳນວນຫຼາຍໄປເຖິງ ສ. ເກົາຫຼີ. ບົດໜັງສືພິມເນັ້ນໜັກວ່າ: “ບັນດາການກະທຳດັ່ງກ່າວແມ່ນການເກາະຜິດດ້ານການທະຫານເຊິ່ງບໍ່ອາດສາມາດຮັບຮູ້ໄດ້, ເພື່ອແນໃສ່ທຳລາຍສະພາບການທີ່ຫາກໍ່ໄດ້ຮັບການປັບປຸງຂອງການພົວພັນລະຫວ່າງ 2 ພາກເກົາຫຼີ, ຕ້ານຄວາມມຸ່ງມາດປາດຖະໜາ ແລະ ຄຳຮຽກຮ້ອງຂອງຫາງສຽງພາຍໃນ ແລະ ຕ່າງປະເທດກ່ຽວກັບການໄກ່ເກ່ຍ ແລະ ສັນຕິພາບໃນແຫຼມ ເກົາຫຼີ.”

ຕອບກັບ

ຂ່າວ/ບົດ​ອື່ນ