ສປປ ເກົາຫຼີ ກ່າວຫາ ອາເມລິກາ ແລະ ສ ເກົາຫຼີ ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ

ສປປ ເກົາຫຼີ ກ່າວຫາ ອາເມລິກາ ແລະ ສ ເກົາຫຼີ ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ - ảnh 1
ພາບປະກອບ

(vovworld) - ​ໃນ​ຊ່ອງ​ໂທລະພາບ​ແຫ່ງ​ຊາດ ສປປ ​ເກົາຫຼີ KCNA ​ອອກ​ອາກາດເມື່ອ​ວັນ​ທີ 21/8, ຄັດ​ສະ​ເໜີຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ປະ​ເທດ​ນີ້​ກ່າວ​ຜູກ​ໂທດ​ເລື່ອງ ​ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ດຳ​ເນີນ​ການ​ຊ້ອນ​ຮົບ​ຮ່ວມ​ເລີ່​ມ​ແຕ່​ວັນ​ທີ 21/8 ​ເປັນ​ຕົ້ນ​ໄປ. ສປປ ​ເກົາຫຼີ ຖື​ວ່າ: ນີ້​ແມ່ນ​ການປະກາດ​ສົງຄາມ​ຕໍ່ ພຽ​ງຢາງ, ກໍ່​ຄວາມ​ສັບສົນ​ໃນ​ແຫຼມ ​ເກົາຫຼີ ​ແລະ ກ່າວ​​ເຕືອນ​ວ່າ​ຈະ​ມີ​ການ​ກະທຳ​ໂຕ້​ຕອບ​ທີ່​ສະ​ສົມ ​ເພື່ອ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ​ແຈ້ງ​ການ​ຂອງ​ກອງທັບ ສປປ ​ເກົາຫຼີ ຖື​ວ່າ: ການ​ຊ້ອນ​ຮົບ​ນີ້​ໄດ້​ລະ​​ເມີດ​ສັນຍາ​ຢຸດ​ຍິງ​ໃນ​ແຫຼມ​ເກົາຫຼີ ຢ່າງ​ຮ້າຍ​ແຮງ, ພ້ອມ​ທັງ​ຖະ​ແຫຼ​ງວ່າ ສປປ ​ເກົາຫຼີ ຈະ​ບໍ່​ກ່ຽວຂ້ອງ​ກັບສັນຍາ​ນີ້​ອີກ. ດ້ວຍ​ຖານະຕຳ​ແໜ່​ງ​ແມ່ນ ຈອມພົນ​ຂອງ​ກອງທັບ ສປປ ​ເກົາຫຼີ, ການ​ນຳ Kim Jong Un ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງທັບ​ປະ​ເທດ​ນີ້ ບຸກ​ໂຈມ​ຕີ ຖ້າ​ຫາກ​ມີສະ​ເກັດ​ລູກປືນ​ຕົກ​ໃສ່​ເຂົ້າຜືນ​ແຜ່ນດິນ​ຂອງ ສປປ ​ເກົາຫຼີ.

ການ​ຊ້ອນ​ຮົບ​ຮ່ວມ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ​ໄດ້​ເລີ່​ມ​ແຕ່​ວັນ​ທີ 21/8 ​ແລະ ​ຈະແກ່ຍາວ​​ໃນ​ເວລາ 12 ວັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທະຫານ ສ ​ເກົາຫຼີ 56.000 ຄົນ ​ແລະ ທະຫານ​ ອາ​ເມ​ລິ​ກາ 30.000 ຄົນ. ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ລ້ວນ​ແຕ່​ຢືນຢັນ​ວ່າ: ການ​ຊ້ອນ​ຮົບ​ຄັ້ງ​ນີ້​ແມ່ນ​ເພື່ອ​ຈຸດປະສົງ​ປ້ອງ​ກັນຕົວ.

 

ຂ່າວ/ບົດ​ອື່ນ