ສປປ ເກົາຫຼີ ຊ້ອມຮົບເຮືອບິນບໍ່ມີຄົນຂັບ ແລະ ສະກັດລູກສອນໄຟມີປີກ

ສປປ ເກົາຫຼີ ຊ້ອມຮົບເຮືອບິນບໍ່ມີຄົນຂັບ ແລະ ສະກັດລູກສອນໄຟມີປີກ - ảnh 1
ເຮືອບິນບໍມີຄົນຂັບ
(ພາບ: defensestatecraft.blogspot.com)

(vovworld) – ວັນ​ທີ 20/3, ສຳນັກ​ຂ່າວສານ​ສູນ​ກາງ ​ສປປ ​ເກົາຫຼີ (ຫຼື KCNA) ​ໃຫ້​ຂ່າວ​ວ່າ: ການ​ນຳ Kim Jong – Un ​ໄດ້​ໄປກວດ​ເບິ່ງ​ການ​ຊ້ອມ​ຮົບ​ຍິງລູກປືນ​ແທ້​ດ້ວຍ​ການນຳ​ໃຊ້​ບັນດາ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ແລະ ​ເຮືອບິນ​ສະກັດ​ລູກ​ສອນ​ໄຟ​ມີ​ປີກ. ຕາມ KCNA ​ແລ້ວ, ທ່ານ Kim ​ໄດ້​ຊີ້​ນຳ​ການ​ຊ້ອມ​ຮົບ​ດັ່ງກ່າວ, ລວມມີ​ບັນດາ​ການ​ບຸກ​ໂຈມ​ຕີຖືກຝຶກ​ຊ້ອມ ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​​ ​ແລະ ທົດ​ລອງ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາກາດ​ຂະໜາດ​ນ້ອຍ ທີ່​ສາມາດຍິງຕົກ​ລູກ​ສອນ​ໄຟ​ມີ​ປີກ. ອາທິດ​ກ່ອນ, ທ່ານ Kim Jong – Un ກໍ່​ໄດ້ບັນຊາ​ການ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້​ຂອງ​ກ​ຳລັງ​ທະຫານ ປືນ​​ໃຫຍ່ ສປປ ​ເກົາຫຼີ. ບັນດາ​ການ​ຊ້ອມ​ຮົບ​ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ຈຸດ​ເວລາ ຈັດການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ​ທີ່​ແກ່ຍາວ​ໃນ​​ເວລາ 11 ວັນ ​ເຊິ່ງມີ​ຊື່ວ່າ “ມາດ​ຕະການ​ກຸນ​ແຈ” ຂອງ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ.

ຂ່າວ/ບົດ​ອື່ນ