ສປປ ເກົາຫຼີ ຍິງລູກປືນໃຫຍ່ຈາກຖານຍິງລູກສອນໄຟ

(VOVWORLD) - JSC ບໍ່ສະໜອງຂໍ້ມູນຂ່າວລາຍລະອຽດຕື່ມອີກ ກ່ຽວກັບຈຳນວນລູກປືນໃຫຍ່ ແລະ ສະຖານທີ່ຍິງຢ່າງຊັດເຈນ.
 
ສປປ ເກົາຫຼີ ຍິງລູກປືນໃຫຍ່ຈາກຖານຍິງລູກສອນໄຟ - ảnh 1
ການທົດລອງອາວຸດຂອງ ສປປ ເກົາຫຼີ ເມື່ອປີ 2019 (ພາບປະກອບຈາກ KCNA)

ວັນທີ 10 ກໍລະກົດ, ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກປືນໃຫຍ່ຫຼາຍລູກໃນວັນດຽວກັນ. ສະພາເສນາທິການໃຫຍ່ກຳລັງທະຫານປະສົມຂອງ ສ ເກົາຫຼີ (່JSC) ໃຫ້ຮູ້ວ່າ, ອົງການນີ້ໄດ້ພົບເຫັນ “ລູກປືນ” ທີ່ໄດ້ຖືວ່າແມ່ນປະຕິບັດຈາກບັນດາເຫດການຍິງປືນໃຫຍ່ ເວລາປະມານ 18 ໂມງ 21 ນາທີ ຮອດ 18 ໂມງ 37 ນາທີຂອງວັນທີ 10 ກໍລະກົດ. ແຕ່ເຖິງຢ່າງໃດກໍ່ຕາມ, JSC ບໍ່ສະໜອງຂໍ້ມູນຂ່າວລາຍລະອຽດຕື່ມອີກ ກ່ຽວກັບຈຳນວນລູກປືນໃຫຍ່ ແລະ ສະຖານທີ່ຍິງຢ່າງຊັດເຈນ.

        ໃນຖະແຫຼງການສະບັບໜຶ່ງ, JSC ເນັ້ນໜັກວ່າ ໄປຄຽງຄູ່ກັບການເພີ່ມທະວີຄວາມສາມາດຕິດຕາມກວດກາ ແລະ ກ່າວເຕືອນຂອງກອງທັບແລ້ວ, ສ ເກົາຫຼີ ແລະ ອາເມລິກາ ພວມຮ່ວມມືຢ່າງແໜ້ນແຟ້ນ ແລະ ຮັກສາທ່າກຽມພ້ອມໂຕ້ຕອບ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ