ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) - ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຈາກແຂວງໜຶ່ງໃກ້ກັບຊາຍແດນ ຈີນ. ຕາມສະພາເສນາທິການໃຫຍ່ກຳລັງທະຫານປະສົມ ສ ເກົາຫຼີ (JCS) ແລ້ວ, ເວລາ 9 ໂມງ 40 ນາທີ (ເວລາທ້ອງຖິ່ນ)
ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1 (ພາບປະກອບຈາກ  Reuters)

ຕອນເຊົ້າວັນທີ 4 ກໍລະກົດ, ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຈາກແຂວງໜຶ່ງໃກ້ກັບຊາຍແດນ ຈີນ. ຕາມສະພາເສນາທິການໃຫຍ່ກຳລັງທະຫານປະສົມ ສ ເກົາຫຼີ (JCS) ແລ້ວ, ເວລາ 9 ໂມງ 40 ນາທີ (ເວລາທ້ອງຖິ່ນ), ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ ທີ່ບໍ່ທັນໄດ້ຮັບຮູ້ອອກສູ່ທະເລ ຍີ່ປຸ່ນ ຈາກເຂດອ້ອມຂ້າງ Banghyon, ແຂວງພາກເໜືອ Pyongan. JSC ໃຫ້ຮູ້ວ່າ: ລູກສອນໄຟ ບິນໄດ້ປະມານ 200, 300 ກິໂລເມັດກ່ອນທີ່ຕົກລົງສູ່ທະເລ. ໃນຂະນະນັ້ນ, ສະຖານີໂທລະພາບ NHK ຂອງຍີ່ປຸ່ນ ໄດ້ຄັດແຫຼ່ງຂ່າວຈາກ ກະຊວງປ້ອງກັນປະເທດຂອງປະເທດນີ້, ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟ ແລະ ອາດຈະຕົກລົງສູ່ເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ