ສປປ ເກົາຫຼີ ຍິງວັດຖຸສອງຢ່າງ ຍັງບໍ່ທັນໄດ້ກຳນົດ ອອກສູ່ທະເລທາງທິດຕາເວັນອອກ

(VOVWORLD) -ວັນທີ 17 ເມສາ ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ ສປປ ເກົາຫຼີ  ໄດ້ຍິງວັດຖຸສອງຢ່າງທີ່ຍັງບໍ່ທັນໄດ້ກຳນົດ ອອກສູ່ບໍລິເວນທະເລ ທາງທິດຕາເວັນອອກຂອງປະເທດນີ້ ໃນຕອນແລງຂອງວັນທີ 16 ເມສາ ຕາມສະພາເສນາທິການໃຫຍ່ກອງທັບປະສົມ ສ ເກົາຫຼີ
ສປປ ເກົາຫຼີ ຍິງວັດຖຸສອງຢ່າງ ຍັງບໍ່ທັນໄດ້ກຳນົດ ອອກສູ່ທະເລທາງທິດຕາເວັນອອກ - ảnh 1

    ວັດຖຸປະສົມສອງຢ່າງດັ່ງກ່າວ ໄດ້ຖືກຍິງຈາກເຂດ ຮຳຮຸງ ບິນໄດ້ໄລຍະທາງ 110 ກິໂລແມັດ ດ້ວຍຄວາມໄວສູງສຸດທົບສີ່ເທົ່າ ເມື່ອທຽບກັບຄວາມໄວຂອງສຽງບັນລຸຄວາມສູງສຸດແມ່ນ 25 ກິໂລແມັດ.

ໃນຂະນະນັ້ນ ສື່ມວນຊົນຂອງ ສປປ ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ນີ້ແມ່ນລູກສອນໄຟ ນຳວິຖີຍຸດທະສາກໃໝ່ ແນໃສ່ເພີ່ມທະວີປະສິດທິຜົນຂອງບັນດາບັ້ນ ເຄື່ອນໄຫວນິວເຄຼຍຍຸດທະສາດ. ເຫດຍິງດັ່ງກ່າວ ໄດ້ປະຕິບັດກົງກັບໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງປະທານ ກີມອິນຊຸງ ຄົບຮອບ 110 ປີ ແລະ ໃນສະພາບການທີ່ ເຊອູນ ແລະ ວໍຊິງຕັນ ພວມກະກຽມດຳເນີນການຊ້ອມຮົບຍາມລະດູບານໃໝ່ ປະຈຳປີ ນັບແຕ່ວັນ 18 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ