ສ​ປ​ປ ເກົາຫຼີ ຖອນ​ອອກ​ຈາກ​ບັນ​ດາ​ຂໍ້​ຕົກ​ລົງ​ເສດ​ຖະ​ກິດ ກ່ຽວ​ຂ້ອງ​ເຖິງ​ສ.ເກົາຫຼີ ພຽງ​ລຳ​ພັງ​ຝ່າຍ​ດຽວ

(VOVWORLD) - ສປປ.ເກົາຫຼີ ຍັງລົບລ້າງບັນດາສັນຍາຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງປະເທດນີ້ ແລະ ສ.ເກົາຫຼີ ພຽງລຳພັງຝ່າຍດຽວ.

    ຕາມສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ, ວາລະປະຊຸມຄົບຄະນະຄັ້ງທີ 30 ຂອງຄະນະກຳມະການປະຈຳ ສະພາ ປຊຊ ສູງສຸດ ສປປ.ເກົາຫຼີ ຊຸດທີ 14 ດຳເນີນໄປໃນວັນທີ 7 ກຸມພາ ຢູ່ ພຽງຢ່າງ ນະຄອນຫຼວງຂອງ ສປປ.ເກົາຫຼີ. ວາລະປະຊຸມ ໄດ້ຮັບຮອງເອົາຂໍ້ສະເໜີຍຸບເລິກ “ກົດໝາຍວ່າດ້ວຍການຮ່ວມມືດ້ານເສດຖະກິດເໜືອ-ໃຕ້”, “ກົດໝາຍວ່າດ້ວຍເຂດເສດຖະກິດພິເສດດ້ານການທ່ອງທ່ຽວສາກົນພູ Kumgang” ກໍ່ຄືບັນດາສັນຍາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານເສດຖະກິດເໜືອ-ໃຕ້.

     ນອກຈາກນັ້ນແລ້ວ, ສປປ.ເກົາຫຼີ ຍັງລົບລ້າງບັນດາສັນຍາຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງປະເທດນີ້ ແລະ ສ.ເກົາຫຼີ ພຽງລຳພັງຝ່າຍດຽວ ຊື່ງສະແດງໃຫ້ເຫັນວ່າ ບໍ່ຢາກເຂົ້າຮ່ວມການແລກປ່ຽນດ້ານເສດຖະກິດ ກັບ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ