ສປປ ເກົາຫຼີ ຖະແຫຼງ ຍົກລະດັບສາງອາວຸດ ນິວເຄຼຍ

ສປປ ເກົາຫຼີ ຖະແຫຼງ ຍົກລະດັບສາງອາວຸດ ນິວເຄຼຍ - ảnh 1
ການນຳ ສປປ ​ເກົາຫຼີ Kim Jong Un ແລະ ບັນດານາຍທະຫານ
(ພາບປະກອບ)

(vovworld) - ວັນ​ທີ 31/3, ສປປ ​ເກົາຫຼີ ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ ສປປ ​ເກົາຫຼີ. ການ​ນຳ ສປປ ​ເກົາຫຼີ Kim Jong Un ຖະ​ແຫຼ​ງວ່າ: ວາລະ​ປະຊຸມ​​ໄດ້​ຮັບຮອງ​ເອົາ​ຍຸດ​ທະ​ສາດ​ໃໝ່, ​ຕາມ​ນັ້ນ​​ຈະດຳ​ເນີນຈຸດໝາຍ​ພັດທະນາ​ເສດຖະກິດ ​ແລະ ຍົກ​ລະດັບ​ສາງ​ອາວຸດ​ນິວ​ເຄຼຍ. ການ​ນຳ​ ສປປ ​ເກົາຫຼີ Kim Jong Un ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ​​ໂດຍຖື​ວ່າ: ສປປ ​ເກົາຫຼີ ຄວນຍົກ​ລະດັບ​ກຳລັງ​ປະກອບ​ອາວຸດ​ນິວ​ເຄຼຍທັງ ດ້ານ “ຄຸນ​ນະພາ​ບ ​ແລະ ປະລິມານ” ​ເພື​່ອຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ຈາກ ອາ​ເມ​ລິ​ກາ. ດ້ວຍ​ຖານະ​ເປັນ​ປະ​ເທດ​ນຳ​ໃຊ້​ອາວຸດ​ນິວ​ເຄຼຍມີ​ຄວາມ​ຮັບຜິດຊອບ, ການ​ນຳ Kim Jong Un ຖະ​ແຫຼ​ງວ່າ: ສປປ ​ເກົາຫຼີ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສະກັດ​ກັ້ນ​ເລື່ອງ​ເຜີຍ​ແຜ່​ອາວຸດ​ນິວ​ເຄຼຍ,​ຮັບປະກັນສັນ​ຕິ​ພາບ ​ແລະ ຄວາມສະຫງົບ​ຢູ່ ທະວີບ ອາຊີ ​ເວົ້າ​ສະ​ເພາະ, ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ມຸ້ງ​ໄປ​ເຖິງ​ການ​ສ້າງ​ໂລກ​ປອດ​ອາວຸດ​ນິວ​ເຄຼຍ. ກ່ຽວ​ກັບ​ດ້ານ​​ເສດຖະກິດ, ສປປ ​ເກົາຫຼີ ຖະ​ແຫຼ​ງຈະ​ຊຸກ​ຍູ້ການ​ພັດທະນາ​ກະສິກຳ ​ແລະ ອຸດສາຫະກຳ​ເບົາ ​ເພື່ອ​ແນ​ໃສ່​ຫັນ​ປະ​ເທດ​ນີ້​​ໃຫ້ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ດ້ານ​ເສດຖະກິດ ດ້ວຍ​ເງື່ອນ​ໄຂ​ດຳ​ລົງ​ຊີວິດທີ່​ດີ​ກ່ວາ.

 

ຂ່າວ/ບົດ​ອື່ນ