ສປປ ເກົາຫຼີ ບໍ່ປ່ຽນແປງນະໂຍບາຍພັດທະນານິວເຄຼຍ ແລະ ລູກສອນໄຟ

(VOVWORLD) - “ກຳລັງຍຸດທະສາດໃຫມ່ທີ່ບໍ່ອາດໂຕ້ຖຽງໄດ້”. ຕາມ KCNA ແລ້ວ, ປີ 2018, ຄາດຄະເນວ່າ, ສປປ ເກົາຫຼີ ບໍ່ປ່ຽນແປງນະໂຍບາຍພັດທະນານິວເຄຼຍ ແລະ ລູກສອນໄຟ.

ວັນທີ 30 ທັນວາ, ສປປ ເກົາຫຼີ ຖະແຫຼງສືບຕໍ່ນະໂຍບາຍພັດທະນາບັນດາໂຄງການນິວເຄຼຍ ແລະ ລູກສອນໄຟ ໃນປີ 2018, ພ້ອມທັງຢັ້ງຢືນວ່າ: ປະເທດນີ້ແມ່ນ “ປະເທດມະຫາອຳນາດດ້ານນິວເຄຼຍ ມີຄວາມຮັບຜິດຊອບ”. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ມີບົດຍ້ອງຍໍຊົມເຊີຍ ສປປ ເກົາຫຼີ ວ່າແມ່ນ “ກຳລັງຍຸດທະສາດໃຫມ່ທີ່ບໍ່ອາດໂຕ້ຖຽງໄດ້”. ຕາມ KCNA ແລ້ວ, ປີ 2018, ຄາດຄະເນວ່າ, ສປປ ເກົາຫຼີ ບໍ່ປ່ຽນແປງນະໂຍບາຍພັດທະນານິວເຄຼຍ ແລະ ລູກສອນໄຟ. KCNA ຢັ້ງຢືນບັນດາຄຳສັ່ງລົງໂທດຂອງປະຊາຄົມສາກົນ ຕ້ານ ພຽງຢາງ ກ່ຽວກັບດ້ານການເມືອງເສດຖະກິດ, ການທະຫານ, ການທູດ ແລະ ບັນດາຂົງເຂດອື່ນໆຈົນຮອດທ້າຍປີນີ້ແມ່ນ “ບໍ່ອາດສະກັດກັ້ນບາດກ້າວເດີນຂອງ ປະເທດ ສປປ ເກົາຫຼີ ໄດ້”.

        ໃນສະພາບການກ່ຽວຂ້ອງ, ທ່ານນາງ ຄວາຊວນຢິ໋ງ, ໂຄສົກກະຊວງການຕ່າງປະເທດ ສປ ຈີນ ຖະແຫຼງຂ່າວວ່າ: ບັນດາກ່ຳປັ່ນຂອງປະເທດນີ້ໄດ້ຂົນສົ່ງນ້ຳມັນໃຫ້ ສປປ ເກົາຫຼີ “ແມ່ນບໍ່ຖືກຕ້ອງກັບສະພາບຕົວຈິງ”, ພ້ອມທັງຊີ້ແຈ້ງ ວ່າ ປັກກິ່ງ “ບໍ່ອະນຸຍາດໃຫ້ບໍ່ວ່າສ່ວນບຸກຄົນ  ຫຼື ບໍລິສັດໃດເຂົ້າຮ່ວມບັນດາການເຄື່ອນໄຫວໄປຝືນກັບມະຕິຂອງ ສປຊ.”

ຕອບກັບ

ຂ່າວ/ບົດ​ອື່ນ