ສປປ ເກົາຫຼີ ປະກາດຊ້ອມຮົບບຸກໂຈມຕີດ້ວຍອາວຸດນິວເຄຼຍຍຸດໂທບາຍ

(VOVWORLD) - ຕາມ KCNA ແລ້ວ, ກົມກອງໜຶ່ງໄດ້ປະກອບລູກສອນໄຟນຳວິຖີຍຸດທະສາດຂອງກອງທັບປະຊາຊົນ ສປປ ເກົາຫຼີ ຢູ່ເຂດທາງທິດຕາເວັນຕົກຂອງປະເທດ ໄດ້ດຳເນີນບັນດາການເຄື່ອນໄຫວດ້ານການທະຫານທີ່ກ່ຽວຂ້ອງ. 
ສປປ ເກົາຫຼີ  ປະກາດຊ້ອມຮົບບຸກໂຈມຕີດ້ວຍອາວຸດນິວເຄຼຍຍຸດໂທບາຍ - ảnh 1(ພາບປະກອບ: TTXVN)

ຕອນເຊົ້າວັນທີ 3 ກັນຍາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໃຫ້ຮູ້ວ່າ: ການຊ້ອມຮົບລອກແບບບຸກໂຈມຕີດ້ວຍອາວຸດນິວເຄຼຍຍຸດໂທບາຍ ໂດຍກອງທັບຂອງປະເທດນີ້ດຳເນີນໃນຕອນເຊົ້າວັນທີ 2 ກັນຍາ ເພື່ອແນໃສ່ກ່່າວເຕືອນຝ່າຍກົງກັນຂ້າມ ກ່ຽວກັບໄພອັນຕະລາຍແທດຈິງຂອງສົງຄາມນິວເຄຼຍ.

ຕາມ KCNA ແລ້ວ, ກົມກອງໜຶ່ງໄດ້ປະກອບລູກສອນໄຟນຳວິຖີຍຸດທະສາດຂອງກອງທັບປະຊາຊົນ ສປປ ເກົາຫຼີ ຢູ່ເຂດທາງທິດຕາເວັນຕົກຂອງປະເທດ ໄດ້ດຳເນີນບັນດາການເຄື່ອນໄຫວດ້ານການທະຫານທີ່ກ່ຽວຂ້ອງ. ກົມກອງນີ້ໄດ້ປະຕິບັດໜ້າທີ່ບຸກໂຈມຕີຢ່າງສຳເລັດຜົນ ໃນຂະນະທີ່ຮັບປະກັນບັນດາລູກສອນໄຟບິນລຽບຕາມເສັ້ນທາງລອບແບບດ້ວຍຄວາມຍາວ 1.500 ກມ ແລະ ຫົວລູກສອນໄຟ “ນິວເຄຼຍປ່ອມ” ຂອງບັນດາລູກສອນໄຟນີ້ໄ ດ້ລະເບີດໃນລະດັບຄວາມສູງກຳນົດແມ່ນ 150 ແມັດ.

KCNA ໄດ້ຊີ້ແຈ້ງວ່າ ຄະນະພັກການທະຫານສູນກາງພັກແຮງງານ ສປປ ເກົາຫຼີ (WPK) ໄດ້ອອກຄຳສັ່ງດຳເນີນການຊ້ອມຮົບການທະຫານນີ້ ເພື່ອສະແດງເຈດຈຳນົງຢ່າງຄົບຖ້ວນ ແລະ ການກະທຳເພື່ອແນໃສ່ສະກັດກັ້ນຄວາມມານະພະຍາຍາມດຳເນີນການຮຸກຮານຂອງຝ່າຍກົງກັນຂ້າມ.

ຕອບກັບ

ຂ່າວ/ບົດ​ອື່ນ