ສປປ ເກົາຫຼີ ຢັ້ງຢືນການຍິງ ICBM Hwasong – 18, ສະພາຄວາມໝັ້ນຄົງຈັດກອງປະຊຸມດ່ວນ

(VOVWORLD) - ຕາມສຳນັກຂ່າວສານແຫ່ງລັດ ສປປ ເກົາຫຼີ ແລ້ວ, ການນຳ ສປປ ເກົາຫຼີ ທ່ານ Kim Jong Un ໄດ້ຕິດຕາມການຍິງລູກສອນໄຟ Hwasong – 18 ຢູ່ສະຖານທີ່ທາງທິດຕາເວັນອອກຂອງນະຄອນຫຼວງ ພຽງຢາງ
ສປປ ເກົາຫຼີ ຢັ້ງຢືນການຍິງ ICBM Hwasong – 18, ສະພາຄວາມໝັ້ນຄົງຈັດກອງປະຊຸມດ່ວນ - ảnh 1 ການຍິງລູກສອນໄຟ Hwasong – 18 ໃນວັນທີ 18 ທັນວາ
(ພາບ:Reuters)

ວັນທີ 19 ທັນວາ, ສປປ ເກົາຫຼີ ໄດ້ຢັ້ງຢືນວ່າ: ລູກສອນໄຟທີ່ປະເທດນີ້ຍິງກ່ອນນັ້ນໜຶ່ງວັນ ແມ່ນລູກສອນໄຟນຳວິຖີຂ້າມທະວີບ Hwasong – 18. ການກະທຳດັ່ງກ່າວເກີດຂຶ້ນໃນເວລາທີ່ ສ ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ເລີ່ມຜັນຂະຫຍາຍລະບົບແບ່ງປັນຂໍ້ມູນກ່າວເຕືອນລູກສອນໄຟຕາມເວລາຕົວຈິງ.

        ຕາມສຳນັກຂ່າວສານແຫ່ງລັດ ສປປ ເກົາຫຼີ ແລ້ວ, ການນຳ ສປປ ເກົາຫຼີ ທ່ານ Kim Jong Un ໄດ້ຕິດຕາມການຍິງລູກສອນໄຟ Hwasong – 18 ຢູ່ສະຖານທີ່ທາງທິດຕາເວັນອອກຂອງນະຄອນຫຼວງ ພຽງຢາງ. ສປປ ເກົາຫຼີ ໄດ້ຖະແຫຼງເຫດຍິງລູກສອນໄຟຫຼ້າສຸດນີ້ໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບປະຕິກິລິຍາທີ່ແຂງແກ່ນທີ່ສຸດຂອງ ສປປ ເກົາຫຼີ ຕໍ່ທຸກໆການກະທຳເກາະຜິດ. ກ່ອນໜ້ານັ້ນ, ອາເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ກ່າວປະນາມເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ, ຕຳໜິຕິຕຽນວ່ານີ້ແມ່ນການກະທຳລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ຕາມຄຳຮຽກຮ້ອງຂອງ ອາເມລິກາ, ຄາດວ່າ, ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມດ່ວນໃນມື້ນີ້ເພື່ອປຶກສາຫາລືກ່ຽວກັບບັນຫາ ສປປ ເກົາຫຼີ. ນີ້ແມ່ນຄັ້ງທີ 5 ໃນປີນີ້, ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຂ້າມທະວີບ, ເປັນຂີດໝາຍຂອງບັນດາເຫດຍິງລູກສອນໄຟນຳວິຖີຂ້າມທະວີບຫຼາຍທີ່ສຸດໃນປີໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ