ສປປ ເກົາຫຼີ ຢັ້ງຢືນແຜນການຍິງດາວທຽມຄືນໃໝ່

(VOVWORLD) - ທ່ານ Pak Kyong-su ໃຫ້ຮູ້ວ່າ ພຽງຢາງ ພວມມານະພະຍາຍາມນຳໃຊ້ດາວທຽມໃຫ້ແກ່ຈຸດປະສົງອື່ນໆຄື: ກະສິກຳ, ການຄຸ້ມຄອງທີ່ດິນ ແລະ ປ້ອງກັນ, ຕ້ານໄພທຳມະຊາດ.
ສປປ ເກົາຫຼີ ຢັ້ງຢືນແຜນການຍິງດາວທຽມຄືນໃໝ່ - ảnh 1(ພາບເອກະສານຈາກ Yonhap/TTXVN)

ວັນທີ 1 ເມສາ, ສປປ ເກົາຫຼີ ຖະແຫຼງວ່າ ຈະຊຸກຍູ້ການພັດທະນາຂົງເຂດອາວະກາດ ແລະ ຢັ້ງຢືນແຜນການຍິງດາວທຽມສອດແນມໃນປີນີ້ຄືນໃໝ່, ພາຍຫຼັງທີ່ໄດ້ຍິງດາວທຽມເຄື່ອງທຳອິດຂຶ້ນສູ່ວົງໂຄຈອນໃນເດືອນ ພະຈິກ 2023.

        ສຳນັກຂ່າວສານ ສູນກາງ ສປປ ເກົາຫຼີ (KCNA) ຄັດສະເໜີຖະແຫຼງການຂອງທ່ານ Pak Kyong-su, ຮອງຜູ້ອຳນວຍການອົງການເຕັກໂນໂລຊີການບິນ ອາວະກາດແຫ່ງຊາດ ສປປ ເກົາຫຼີ, ໃຫ້ຮູ້ວ່າ: ເລື່ອງຍິງດາວທຽມສອດແນມ Malligyong – 1 ບັນລຸຜົນສຳເລັດ ໃນປີ 2023 ໄດ້ນຳມາເຊິ່ງຄວາມກ້າວໜ້າພໍສົມຄວນກ່ຽວກັບກຳລັງຄວາມສາມາດປ້ອງກັນແຫ່ງຊາດ ແລະ ຄາດວ່າ ຈະມີບາງເຫດຍິງດາວທຽມໃນປີ 2024 ນີ້. ໂດຍເນັ້ນໜັກ ຄວາມສຳຄັນທີ່ນັບມື້ນັບເພີ່ມຂຶ້ນຂອງການພັດທະນາອາວະກາດ, ທ່ານ Pak Kyong-su ໃຫ້ຮູ້ວ່າ ພຽງຢາງ ພວມມານະພະຍາຍາມນຳໃຊ້ດາວທຽມໃຫ້ແກ່ຈຸດປະສົງອື່ນໆຄື: ກະສິກຳ, ການຄຸ້ມຄອງທີ່ດິນ ແລະ ປ້ອງກັນ, ຕ້ານໄພທຳມະຊາດ.

        ຖະແຫຼງການຂອງທ່ານ Pak Kyong-su ໄດ້ຍົກອອກມາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການເຕັກໂນໂລຊີການບິນ ອາວະກາດແຫ່ງຊາດ ສປປ ເກົາຫຼີ (1 ເມສາ).

ຕອບກັບ

ຂ່າວ/ບົດ​ອື່ນ