ສປປ ເກົາຫຼີ ຢັ້ງຢືນໄດ້ທົດລອງ ລູກສອນໄຟ

(VOVWORLD) - ຕາມ KCNA ແລ້ວ, ສປປ ເກົາຫຼີ ໄດ້ຈຳລອງການບຸກໂຈມຕີນິວເຄຼຍທາງອາກາດດ້ວຍລູກສອນໄຟນຳວິຖີຍຸດທະວິທີໜ້າດິນຕໍ່ໜ້າດິນ 2 ລູກ ໃນເຫດທົດລອງລູກສອນໄຟເມື່ອວັນທີ 27 ມີນາ
ສປປ ເກົາຫຼີ ຢັ້ງຢືນໄດ້ທົດລອງ ລູກສອນໄຟ - ảnh 1ການນຳ ສປປ ເກົາຫຼີ Kim Jong - un ຕິດຕາມກວດກາການພັດທະນາອາວຸດນິວເຄຼຍຂອງ ສປປ ເກົາຫຼີ ໃນວັນທີ 27 ມີນາ 2023
(ພາບ: Yonhap)

ວັນທີ 28 ມີນາ, ສຳນັກຂ່າວສານແຫ່ງລັດ ສປປ ເກົາຫຼີ KCNA ໄດ້ຢັ້ງຢືນວ່າ ປະເທດນີ້ໄດ້ດຳເນີນການຍິງລູກສອນໄຟຄືດັ່ງຂ່າວຄາວຊຶ່ງ ສ ເກົາຫຼີ ແຈ້ງກ່ອນນັ້ນ. ຕາມ KCNA ແລ້ວ, ສປປ ເກົາຫຼີ ໄດ້ຈຳລອງການບຸກໂຈມຕີນິວເຄຼຍທາງອາກາດດ້ວຍລູກສອນໄຟນຳວິຖີຍຸດທະວິທີໜ້າດິນຕໍ່ໜ້າດິນ 2 ລູກ ໃນເຫດທົດລອງລູກສອນໄຟເມື່ອວັນທີ 27 ມີນາ. ເຫດຍິງລູກສອນໄຟໄດ້ປະຕິບັດພາຍໃຕ້ການຕິດຕາມກວດກາຂອງການນຳ ສປປ ເກົາຫຼີ Kim Jong - un. ນະທີ່ນີ້, ທ່ານ Kim Jong – un ໄດ້ຮຽກຮ້ອງເພີ່ມຂອບຂະໜາດວັດຖຸນິວເຄຼຍກາຍເປັນລະດັບອາວຸດເພື່ອເພີ່ມທະວີເຂົ້າສາງອາວຸດນິວເຄຼຍຂອງປະເທດນີ້.

        ກ່ອນໜ້ານັ້ນ, ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກໃນຕອນເຊົ້າວັນທີ 27 ມີນາ. ລູກສອນໄຟ 2 ລູກນີ້ໄດ້ຕົກລົງຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ