ສປປ. ເກົາຫຼີ ຢາກເຈລະຈາກັບ ລັດເຊຍ ຜ່ານທາງສະພາແຫ່ງຊາດ ຢ່າງເປັນປະຈໍາ

(VOVWORLD) -   ກ່າວຄໍາເຫັນທີ່ການພົບປະກັບທ່ານປະທານສະພາຕໍ່າລັດເຊຍ Vyacheslav Volodin ໃນວັນທີ 23 ຕຸລາ, ທ່ານ Pak Thae – song ປະທານສະພາແຫ່ງຊາດ ສປປ.ເກົາຫຼີ ຖະແຫຼງວ່າ ພຽງຢາງ ຢາກເຈລະຈາ ກັບ ລັດເຊຍ ຢ່າງເປັນປະຈໍາຜ່ານທາງສະພາແຫ່ງຊາດຍັດ.

      ນອກຈາກນັ້ນ, ທ່ານ Pak Thae – song ກໍສະເໜີສ້າງທ່ວງທ່າຊຸກຍູ້ໃໝ່ໃຫ້ແກ່ເຄື່ອນໄຫວລະຫວ່າງຄະນະກໍາມະການລະຫວ່າງລັດຖະບານ ລັດເຊຍ - ສປປ.ເກົາຫຼີ ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກນິກເພື່ອໃຫ້ອົງການນິຕິບັນຍັດສອງປະເທດ ສາມາດສ້າງພື້ນຖານດ້ານນິຕິກໍາ ເພື່ອແນໃສ່ເພີ່ມທະວີການຄ້າສອງຝ່າຍ.

ສປປ. ເກົາຫຼີ ຢາກເຈລະຈາກັບ ລັດເຊຍ  ຜ່ານທາງສະພາແຫ່ງຊາດ ຢ່າງເປັນປະຈໍາ - ảnh 1ທ່ານປະທານສະພາຕໍ່າລັດເຊຍ Vyacheslav Volodin (ພາບ: TTXVN)

        ສ່ວນທ່ານ ປະທານສະພາຕໍ່າລັດເຊຍ Vyacheslav Volodin ຖືວ່າ ສອງຝ່າຍຄວນເຮັດທຸກວິທີທາງໃນຄວາມສາມາດຂອງຕົນ ເພື່ອໃຫ້ສາຍພົວພັນລະຫວ່າງລັດຖະສະພາພັດທະນາຢ່າງແຮງກວ່າອີກ ແລະ ມີປະສິດທິຜົນກວ່າ. ຕາມທ່ານ Volodin ແລ້ວ, ການພົວພັນລະຫວ່າງສອງປະເທດຄວນອີງໃສ່ບັນດາຫຼັກການເຄົາລົບເຊິ່ງກັນແລະກັນ, ບໍ່ແຊກແຊງເຂົ້າບັນດາບັນຫາອະທິປະໄຕຂອງປະເທດອື່ນ.


 

ຕອບກັບ

ຂ່າວ/ບົດ​ອື່ນ