ສ​ປ​ປ ເກົາຫຼີ ສິ້ນ​ສຸດບັ້ນ “ຕ້ານ​ໂຄວິດ 19 ໃນ​ເວ​ລາ 80 ວັນ” ດ້ວຍ​ຜົນ​ສຳ​ເລັດ

(VOVWORLD) -

  ວັນທີ 1 ມັງກອນ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ລົງບົດຂຽນໂດຍຢັ້ງຢືນວ່າ: ສປປ ເກົາຫຼີ ສິ້ນສຸດບັ້ນ “ຕ້ານໂຄວິດ 19 ໃນເວລາ 80 ວັນ” ດ້ວຍຜົນສຳເລັດ, ໂດຍການນຳ Kim Jong-un ປຸກລະດົມ.

 ສ​ປ​ປ ເກົາຫຼີ ສິ້ນ​ສຸດບັ້ນ “ຕ້ານ​ໂຄວິດ 19 ໃນ​ເວ​ລາ 80 ວັນ” ດ້ວຍ​ຜົນ​ສຳ​ເລັດ - ảnh 1

ປະຊາຊົນ ສປປ ເກົາຫຼີ ໃຊ້ຜ້າອັດປາກປ້ອງກັນໂຄສິດ 19

 ທີ່ນະຄອນຫຼວງພຽງຢາງ (ພາບ: AFP/TTXVN)

    ເດືອນຕຸລາປີ 2020 ຜ່ານມາ, ການນຳ Kim Jong-un ໄດ້ປຸລະດົມ ບັ້ນ “ຕ້ານໂຄວິດ 19 ໃນເວລາ 80 ວັນ” ເພື່ອແນໃສ່ບັນລຸເປົ້າໝານແຫ່ງຊາດ ແລະ ເສດຖະກິດໃນທ້າຍປີ 2020, ກ່ອນທີ່ດຳເນີນກອງປະຊຸມໃຫ່ຍພັກແຮງງານ ສປປ ເກົາຫຼີ  ຊື່ງຄາດວ່າຈະຈັດຂຶ້ນໃນເດືອນມັງກອນປີ 2021. ສຳນັກຂ່າວສານ KCNA ຢືນຢັນວ່າ: ບັ້ນ “ຕ້ານໂຄວິດ 19 ໃນເວລາ 80 ວັນ” ແມ່ນໜຶ່ງໃນຄວາມມານະພະຍາຍາມ ເພື່ອແນໃສ່ປົກປ້ອງຊີວິດຂອງປະຊາຊົນ ຕໍ່ວິກິດການສາທາລະນະສຸກທົ່ວໂລກ ແລະ ໄພພິບັດທຳມະຊາດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.

ຕາມສຳນັກຂ່າວສານດັ່ງກ່າວແລ້ວ, ບັ້ນ “ຕ້ານໂຄວິດ 19 ໃນເວລາ 80 ວັນ” ແມ່ນຂົງເຂດຈຸດສຸມ, ວຽກງານສະກັດກັ້ນຕ້ານໂຄວິດ 19 ຢ່າງຮີບດ່ວນ ໄດ້ຮັບການເພີ່ມທະວີຢ່າງແຮງ. ມາຮອດປະຈຸບັນ, ສປປ ເກົາຫຼີ ຍັງບໍ່ມີໃຜຕິດພະຍາດໂຄວິດ 19, ແຕ່ປະເທດນີ້ໄດ້ປິດຊາຍແດນນັບແຕ່ຕົ້ນປີ 2020.

 

ຕອບກັບ

ຂ່າວ/ບົດ​ອື່ນ