ສປປ ເກົາຫຼີ ສືບຕໍ່ຍິງລູກສອນໄຟ

(VOVWORLD) - ບັນດາລູກສອນໄຟດັ່ງກ່າວໄດ້ຕົກລົງຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ. ກອງບັນຊາການມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງ ອາເມລິກາ ...
ສປປ ເກົາຫຼີ ສືບຕໍ່ຍິງລູກສອນໄຟ - ảnh 1(ພາບປະກອບຈາກ AFP/TTXVN)

ຕອນເຊົ້າວັນທີ 28 ຕຸລາ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ (SRBM) ອອກສູ່ເຂດທະເລທາງທິດຕາເວັນອອກແຫຼມ ເກົາຫຼີ. ລູກສອນໄຟໄດ້ຍິງຈາກເຂດ Tongchon ຂຶ້ນກັບແຂວງ Kangwon ຂອງປະເທດນີ້. ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຫຼ່ງຂ່າວຈາກກອງທັບ ສ ເກົາຫຼີ ໂດຍໃຫ້ຮູ້ວ່າ: ບັນດາລູກສອນໄຟເຊິ່ງ ສປປ ເກົາຫຼີ ຍິງໃໝ່ນັ້ນໄດ້ບິນໄກ 230 ກມ ແລະ ບັນລຸລະດັບສູງ 24 ກມ ດ້ວຍຄວາມໄວເທົ່າກັບອາວຸດເໜືອສຽງ Mach 5. ໃນຂະນະນັ້ນ, ໃນວັນດຽວກັນ, ສຳນັກຂ່າວສານ Kyodo  ກໍ່ໄດ້ຄັດສະເໜີຄຳເວົ້າຈາກລັດຖະບານ ຍີ່ປຸ່ນ ແລະ ກອງທັບ ສ. ເກົາຫຼີ ໂດຍໃຫ້ຮູ້ວ່າ: ບັນດາລູກສອນໄຟດັ່ງກ່າວໄດ້ຕົກລົງຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ. ກອງບັນຊາການມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງ ອາເມລິກາ ໄດ້ອອກຖະແຫຼງຂ່າວໂດຍເນັ້ນໜັກເຖິງຄຳໝັ້ນສັນຍາ ຄວາມໝັ້ນຄົງ ກັບ ເຊີອູນ ແລະ ໂຕກຽວ.

        ເຫດການຍິງລູກສອນໄຟນີ້ແມ່ນຄັ້ງທີ 28 ນັບແຕ່ຕົ້ນປີນີ້, ໃນນັ້ນມີບັນດາລູກສອນໄຟຕິດປິກ , ເຊິ່ງດຳເນີນໄປໃນສະພາບການທີ່ ອາເມລິກາ ແລະ ສ. ເກົາຫຼີ ໃກ້ຈະສິ້ນສຸດການຊ້ອມຮົບດ້ານການທະຫານ Hoguk 22 ເປັນເວລາ 2 ອາທິດ ແລະ ຫາກໍ່ປະກາດແຜນການດຳເນີນການຊ້ອມຮົບຂອງທະຫານອາກາດຮ່ວມປະຈຳປີ Vigilant Storm ໃນອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ