ສປປ ເກົາຫຼີ ສືບຕໍ່ຍິງວັດຖຸອອກສູ່ທະເລ ຫວ່າງຫາຍ

(VOVWORLD) - ກ່ອນໜ້ານັ້ນ, ລະບົບກ່າວເຕືອນໄວ J-Alert ຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟ, ທີ່ສົງໄສວ່າແມ່ນລູກສອນໄຟນຳວິຖີ. ຍີ່ປຸ່ນໄດ້ຍົກເລີກຄຳກ່າວເຕືອນປະຊາຊົນຢູ່ແຂວງ Okinawa ພາຍຫຼັງທີ່ຮັບຮູ້ວ່າລູກສອນໄຟໄປບໍ່ຮອດເຂດດິນແດນຍີ່ປຸ່ນ.
ສປປ ເກົາຫຼີ ສືບຕໍ່ຍິງວັດຖຸອອກສູ່ທະເລ ຫວ່າງຫາຍ - ảnh 1ສປປ ເກົາຫຼີ ຍິງລູກສອນໄຟອອກສູ່ທະເລໃນວັນທີ 17/5/2024
(ພາບ: KCNA/TTXVN)

ຕອນເຊົ້າວັນທີ 28 ພຶດສະພາ, ຕາມເວລາທ້ອງຖິ່ນ, ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນອອກສູ່ທະເລ ຫວ່າງຫາຍ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 27 ພຶດສະພາ (ຕາມເວລາ ຫວຽດນາມ), ກອງທັບ ສ ເກົາຫຼີ ໄດ້ແຈ້ງວ່າ ສປປ ເກົາຫຼີ ໄດ້ຍິງວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນອອກໄປຕາມທາງທິດໃຕ້ອອກສູ່ທະເລ ຫວ່າງຫາຍ. ກ່ອນໜ້ານັ້ນ, ລະບົບກ່າວເຕືອນໄວ J-Alert ຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟ, ທີ່ສົງໄສວ່າແມ່ນລູກສອນໄຟນຳວິຖີ. ຍີ່ປຸ່ນໄດ້ຍົກເລີກຄຳກ່າວເຕືອນປະຊາຊົນຢູ່ແຂວງ Okinawa ພາຍຫຼັງທີ່ຮັບຮູ້ວ່າລູກສອນໄຟໄປບໍ່ຮອດເຂດດິນແດນຍີ່ປຸ່ນ.

        ວັນທີ 27 ພຶດສະພາ, ສປປ ເກົາຫຼີ ໄດ້ຢັ້ງຢືນວ່າ: ເຫດຍິງລູກສອນໄຟສອດແນມຖືກປະລາໄຊ. ອົງການການບິນອາວະກາດແຫ່ງຊາດ ສປປ ເກົາຫຼີ (NATA) ໄດ້ຊີ້ແຈ້ງວ່າໄດ້ຍິງລູກສອນໄຟສົ່ງດາວທຽມສອດແນມ Malligyong-1-1 ໃນຕອນຄ່ຳຈາກຖານຍິງດາວທຽມ Sohae ຢູ່ເມືອງ Cholsan, ທາງທິດເໜືອຂອງ Phyongan. ເຖິງຢ່າງໃດກໍ່ຕາມ, ເຫດຍິງດາວທຽມປະລາໄຊຍ້ອນລູກສອນໄຟລະເບີດ ພາຍຫຼັງອອກຈາກຖານຍິງບໍ່ດົນປານໃດ.

ຕອບກັບ

ຂ່າວ/ບົດ​ອື່ນ