ສປປ ເກົາຫຼີ ສືບຕໍ່ຕຳໜິຕິຕຽນບັນດາຄຳສັ່ງລົງໂທດຈາກສາກົນ

(VOVWORLD) - ບັນດາກຳລັງທີ່ເປັນປໍລະປັກພວມມານະພະຍາຍາມຢ່າງແຮງເພື່ອຮັກສາບັນດາຄຳສັ່ງລົງໂທດຢ່າງເຄັ່ງຄັດເພື່ອແນໃສ່ກີດຂວາງ ພຽງຢາງ ຊຸກຍູ້ຄວາມວັດທະນາຖາວອນ

ສປປ ເກົາຫຼີ ສືບຕໍ່ຕຳໜິຕິຕຽນບັນດາຄຳສັ່ງລົງໂທດຈາກສາກົນ - ảnh 1 ການນຳ ສປປ ເກົາຫຼີ ທ່ານ Kim Jong – un

(ພາບ: AFP/TTXVN)

ການນຳ ສປປ ເກົາຫຼີ ທ່ານ Kim Jong – un ໄດ້ສືບຕໍ່ຕຳໜິຕິຕຽນບັນດາຄຳສັ່ງລົງໂທດຈາກສາກົນເພື່ອແນໃສ່ປະເທດນີ້, ພ້ອມທັງກ່າວເຕືອນ “ບັນດາກຳລັງທີ່ເປັນປໍລະປັກ” ພວມຊອກຫາວິທີກີດຂວາງ ພຽງຢາງ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

        ວັນທີ 1 ພະຈິກ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳເຫັນຂອງທ່ານ Kim Jong – un ໃນການໄດ້ຢ້ຽມຢາມກິດກໍ່ສ້າງຢູ່ເຂດທ່ອງທ່ຽວ Wonsan – Kalma, ໃນນັ້ນ, ການນຳຜູ້ນີ້ໄດ້ເນັ້ນໜັກວ່າ: ບັນດາກຳລັງທີ່ເປັນປໍລະປັກພວມມານະພະຍາຍາມຢ່າງແຮງເພື່ອຮັກສາບັນດາຄຳສັ່ງລົງໂທດຢ່າງເຄັ່ງຄັດເພື່ອແນໃສ່ກີດຂວາງ ພຽງຢາງ ຊຸກຍູ້ຄວາມວັດທະນາຖາວອນ ແລະ ການພັດທະນາຂອງປະຊາຊົນ, ບັງຄັບຕ້ອງປ່ຽນແປງ ແລະ ຍອມຮັບ. ການນຳ Kim Jong – un ໄດ້ຢັ້ງຢືນວ່າ: ສປປ ເກົາຫຼີ ໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນກາຍເປັນປະເທດເຂັ້ມແຂງແຮງກ້າດ້ວຍກຳລັງແຮງ, ເຕັກໂນໂລຊີ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ. ທ່ານກໍ່ເນັ້ນໜັກຜົນສຳເລັດຂອງໂຄງການກໍ່ສ້າງດ້ວຍຂອບຂະໜາດໃຫຍ່ໃນເຂດນີ້ຈະແມ່ນການໂຕ້ຕອບຕໍ່ບັນດາກຳລັງທີ່ເປັນປໍລະປັກ.

ຕອບກັບ

ຂ່າວ/ບົດ​ອື່ນ