ສປປ ເກົາຫຼີ ສ້າງແຜນການຍິງດາວທຽມສອດແນມທາງທະຫານ 3 ໜ່ວຍໃນປີ 2024

(VOVWORLD) - ການນຳ ສປປ ເກົາຫຼີ Kim Jong – un ໄດ້ວາງເປົ້າໝາຍດັ່ງກ່າວເມື່ອສະຫລຸບກອງປະຊຸມຄົບຄະນະແກ່ຍາວເປັນເວລາ 5 ວັນ ຂອງຄະນະບໍລິຫານງານສູນກາງພັກແຮງງານ ສປປ ເກົາຫຼີ.
ສປປ ເກົາຫຼີ ສ້າງແຜນການຍິງດາວທຽມສອດແນມທາງທະຫານ 3 ໜ່ວຍໃນປີ 2024 - ảnh 1(ພາບປະກອບຈາກ 

Yonhap/TTXVN )

ວັນທີ 31 ທັນວາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ: ສປປ ເກົາຫຼີ ໄດ້ວາງເປົ້າໝາຍຍິງດາວທຽມສອດແນມທາງທະຫານອີກ 3 ໜ່ວຍໃນປີ 2024, ພາຍຫຼັງເຫດຍິງລູກສອນໄຟສອດແນມທາງທະຫານລູກທຳອິດຂອງປະເທດນີ້ໃນເດືອນກ່ອນ.

ຕາມ KCNA ແລ້ວ, ການນຳ ສປປ ເກົາຫຼີ Kim Jong – un ໄດ້ວາງເປົ້າໝາຍດັ່ງກ່າວເມື່ອສະຫລຸບກອງປະຊຸມຄົບຄະນະແກ່ຍາວເປັນເວລາ 5 ວັນ ຂອງຄະນະບໍລິຫານງານສູນກາງພັກແຮງງານ ສປປ ເກົາຫຼີ. KCNA ໄດ້ຊີ້ແຈ້ງວ່າ “ອີງໃສ່ປະສົບການໃນການຍິງ ແລະ ເຄື່ອນໄຫວດາວທຽມສອດແນມທຳອິດໃນປີ 2023 ສຳເລັດຜົນ, ໜ້າທີ່ຍິງດາວທາມສອດແນມຕື່ມອີກ 3 ໜ່ວຍໃນປີ 2024 ໄດ້ປະກາດ ແລະ ບັນດາມາດຕະການສັງລວມເພື່ອແນໃສ່ຊຸກຍູ້ການພັດທະນາເຕັກໂນໂລຊີວິທະຍາສາດອາວະກາດພວມໄດ້ຮັບການປຶກສາຫາລື”.

ຕອບກັບ

ຂ່າວ/ບົດ​ອື່ນ