ສປປ ເກົາຫຼີ ອະນຸຍາດໃຫ້ ນັກທຸລະກິດ ສ ເກົາຫຼີ ເຂົ້າເຂດ ອຸດສາຫະກຳລວມ Kaesong

ສປປ ເກົາຫຼີ ອະນຸຍາດໃຫ້ ນັກທຸລະກິດ ສ ເກົາຫຼີ ເຂົ້າເຂດ ອຸດສາຫະກຳລວມ Kaesong - ảnh 1
ເຂດອຸດສາຫະກຳລວມ Kaesong
(ພາບຈາກອີນເຕີເນັດ)

(vovworld) –  ວັນ​ທີ 3/ 7, ກະຊວງ​ທ້ອນ​ໂຮມ​ປະ​ເທດ​​ເປັນ​ເອກະ​ພາບ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ​ໄດ້​ອະນຸຍາດ​ໃຫ້​ບັນດາ​ນັກ​ທຸລະ​ກິດ​ປະ​ເທດ​ນີ້​ເຂົ້າ​ເຂດ​ອຸດສາຫະກຳ​ລວມ Kaesong, ​ເຊິ່ງ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ໜຶ່ງດຽວ​ທີ່​ຍັງ​ຄົງ​ຄ້າງ​ລະ​ຫວ່າງ 2 ພາກ​ເກົາຫຼີ, ​ໄດ້​ປິດ​ປະຕູ​ເມື່ອ​ເດືອນ 4 ຜ່ານ​ມາ. ​ໃນ​ຖະ​ແຫຼ​ງການ, ​ໂຄສົກ​ຫ້ອງການ​ກະຊວງ ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ ຊີ້​ແຈ້ງວ່າ: “​ໃນ​ຈົດໝາຍ​ສະບັບ​ໜຶ່ງ, ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ​ຈະ​ອະນຸຍາດ​ໃຫ້​ບັນດາ​ນັກທຸລະກິດ ສ ​ເກົາຫຼີ ​ໄປ​ຍັງ​ເຂດ​ອຸດສາ​ຫະກຳ​ລວມ Kaesong  ​ເພື່ອ​ສາມາດ​ດຳ​ເນີນ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ທີ່​ກ່ຽວ​ຂ່້ອງ​ເຖິງ​ບັນດາ​ວັດຖຸອຸປະກອນ​ທີ່ອາດ​ຈະ​ຖືກ​ເປ​ເພ​ໃນ​ລະດູຝົນ”. ຄຽງ​ຄູ່​ກັນ​ນັ້ນ, ພຽງ​ຢາງ​ ຍັງ​ອະນຸຍາດ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ສັງກັດ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເຂດ​​ອຸດສາ​ຫະກຳ​ລວມ Kaesong ​ໄປ​ຍັງ​ເຂດ​ອຸດ​ສະຫະ​ກຳ​ດັ່ງກ່າວ ​ແຕ່​ໃສ່​ໃຈ​ວ່າ​ອາດ​ຈະ​ແລກປ່ຽນ​ກັບ​ເຂົາ​ເຈົ້າ​ໃນ​ການ​​ໄປ​ຍັງ Kaesong.

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​​ເປັນ​ເອກະ​ພາບ ສ ​ເກົາຫຼີ ທ່ານ Kim Hyung Seok ​ໃຫ້​ຮູ້​ວ່າ: ​ເຊີ​ອູ​ນ ​ໄດ້​ສົ່ງ​ຂໍ້​ສະ​ເໜີກ່ຽວ​ກັບ​ເລື່ອງ​ຈັດການ​ເຈລະຈາ​ຂັ້ນນັກ​ວິຊາ​ການ​ເຖິງ ພຽ​ງຢາງ ​ໃນ​ຕອນ​ເຊົ້າ​ວັນ​ທີ 4/7, ຜ່ານ​ຫ້ອງການ​ຕິດ​ຕໍ່​ພົວພັນ 2 ພາກ​ເກົາຫຼີ​ຢູ່​ໝູ່​ບ້ານ​ຢຸດ​ຮົບ Panmunjeom ​ແລ້ວ. ຕາມ​ທ່ານ Kim Hyung Seok, ສ ​ເກົາຫຼີ ​ໄດ້​ສະ​ເໜີ ສປປ ​ເກົາຫຼີ ຈັດ​ຕັ້ງ​ບັນດາ​ການ​ເຈລະຈາ​ນີ້​ໃນ​ວັນ​ທີ 6/7 ຢູ່ Panmunjeom ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເລ່ືອງ​ຫັນ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ລວມ Kaesong ​ເປັນ​ປົກກະຕິ. ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ​ເຊີ​ອູ​ນ ຈະ​ສົ່ງ​ຄະນະ​ປະຕິບັດ​ງານ​ລວມມີ​ສະມາຊິກ 3 ທ່ານ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ດັ່ງກ່າວ. ລັດຖະບານ ສ ​ເກົາຫຼີ ຍົກ​ອອກ​ຂໍ້​ສະ​ເໜີ​ດັ່ງກ່າວ​ພາຍຫຼັງ​ໄດ້​ຊັ່ງຊາ​ເຖິງ​ຄວາມ​ຫຍຸ້ງຍາກ​ຕ່າງໆຂອງ​ບັນດາວິ​ສາ​ຫະກິດ​ປະ​ເທດ​ນີ້​ຢູ່ Kaesong ພາຍຫຼັງ 3 ​ເດືອນ​ນັບ​ແຕ່​ເມື່ອ​ເຂດ​ອຸດສາຫະກຳ​ນີ້​ຖືກ​ປິດ​ປະຕູ.

ຂ່າວ/ບົດ​ອື່ນ