ສປປ ເກົາຫຼີ ແມ່ນບັນຫາຈຸດສຸມໃນການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີສ.ເກົາຫຼີ

ສປປ ເກົາຫຼີ ແມ່ນບັນຫາຈຸດສຸມໃນການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີສ.ເກົາຫຼີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ສ. ​ເກົາຫຼີ Hwang Kyo – ahn
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ ວັນ​ທີ 26/6, ທ່ານ​ນາຍົກລັດຖະມົນຕີ ສ. ​ເກົາຫຼີ Hwang Kyo – ahn ​​ໄປ​ຍັງ ຈີນ ​ເພື່ອ​ປຶກສາ​ຫາລື​ກັບ​ການ​ນຳ​ປະ​ເທດ​ເຈົ້າພາບ​ກ່ຽວ​ກັບ​ບັນດາ​ບັນຫາ ສປປ ​ເກົາ​ຫລີ ກໍ່​ຄື​ບັນດາ​ບັນຫາ 2 ຝ່າຍ. ຫ້ອງວ່າການ​ສຳນັກງານ​ນາ​ຍົກ​ລັດຖະມົນຕີ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ ​ເປັນ​ເວລາ 5 ວັນ​ນີ້. ທ່ານ​ນາຍົກລັດຖະມົນຕີ Hwang Kyo – ahn ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ Davos ລະດູ​ແລ້ງ ປີ 2016 ຢູ່ປະ​ເທດ ຈີນ. ​ໃນ​ວັນ​ທີ 27/6, ທ່ານ​ນາຍົກລັດຖະມົນຕີ Hwang Kyo – ahn ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຈີນ ສື​ຈີ້ນຜິ​ງ ​ແລະ ຄູ່​ຕຳ​ແໜ່​ງ ຫຼີ​ເຄີ​ຊຽນ ຢູ່​ປັກ​ກິ່ງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເຫ​​ດຍິງ​ທົດ​ລອງ ລູກ​ສອນ​​ໄຟ Musdan ຫ​ວ່າງ​ມໍ່ໆ​ມາ​ນີ້​ຂອງ ສປປ ​ເກົາຫຼີ. ຄາດ​ວ່າ, ທ່ານ​ນາຍົກລັດຖະມົນຕີ Hwang Kyo – ahn ຈະ​ຮຽກຮ້ອງ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ການ​ຮັບ​ມື​ກັບ​ບັນດາ​ການ​ກະທຳ​ຂອງ ສປປ ​ເກົາຫຼີ. ທ່ານ​ນາຍົກລັດຖະມົນຕີ Hwang Kyo – ahn ກໍ່ຄາດວ່າ​ຈະ​​ແຈ້ງ​ໃຫ​້ຊາບບັນດາ​ຄວາມ​ວິຕົກ​ວັງ​ວົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ​ເຊີ​ອູ​ນ ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຫາ​ປາ​ຜິດ​ກົດ​ໝາຍ​ຂອງ​ກຳ່​ປັ່ນ​ຫາ​ປາ​ຂອງ ຈີນ ຢູ່​​ເຂດຊາຍ​ແດ​ນທາງທະ​ເລ​ລະຫວ່າ​ງ ສ. ​ເກົາຫຼີ ​ແລະ ສປປ ​ເກົາຫຼີ.



ຂ່າວ/ບົດ​ອື່ນ