ສປປ ເກົາຫຼີຖະແຫຼງດຳເນີນເຫດທົດລອງນິວເຄຼຍສຳເລັດຜົນ

ສປປ ເກົາຫຼີຖະແຫຼງດຳເນີນເຫດທົດລອງນິວເຄຼຍສຳເລັດຜົນ - ảnh 1
ບໍລິເວນດຳເນີນການທົດລອງ ນິວເຄຼຍຂອງ ສປປ ເກົາຫຼີ

(vovworld) – ຕາມ​ສຳນັກ​ຂ່າວສານ ຊິນຮວາ ​ແລ້ວ, ສຳນັກ​ຂ່າວສານ​ແຫ່ງ​ລັດ ສປປ ​ເກົາຫຼີ ​ໄດ້​ປະກາດ​ເມື່ອ​ວັນ​ທີ 9/9 ວ່າ: ພຽງ​ຢາງ ​ໄດ້​ດຳ​ເນ​ີນການ​ທົດ​ລອງ​ນິວ​ເຄຼຍ​ໃນ​ວັນ​ດຽວ​ກັນ​ສຳ​ເລັດ​ຜົນ. ນີ້​ແມ່ນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 5 ຂອງ​ພຽງ​ຢາງ, ຖືກ​ດຳ​ເນີ​ນ​ໄປ​ພາຍຫຼັງ​ເຫດ​ທົດ​ລອງ​ກ່ອນ​ນີ້​ 8 ​ເດື​ອນ. ສຳນັກ​ຂ່າວສານ​ຂອງ ລັດ​ເຊຍ TASS ​ກໍ່​ໄດ້​ໃຫ້​ຂ່າວ​ວ່າສຳນັກ​ຂ່າວສານ ສປປ ​ເກົາຫຼີ ​ໄດ້​ປະກາດ​ຂ່າວ​ນີ້​ຢ່າງ​ເປັນ​ທາງ​ການ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Yonhap ກໍ່​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ຜູ້​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ສ. ​ເກົາຫຼີ ທ່ານ Cho Tae- yong ຢັ້ງຢືນ​ວ່າ: ກ່ອນ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ສປປ ​ເກົາ​ຫຼີ ​ໄດ້​ດຳ​ເນີນ​ເຫ​ດທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5.

        ສຳນັກ​ຂ່າວສານ Yonhap ​ໄດ້​ຄັດສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ໃນ​ລັດຖະບານ ສ. ​ເກົາຫຼີ ​ໃນ​ວັນ​ທີ 9/9 ​ໂດຍ​ໃຫ້​ຮູ້​ວ່າ: ສ. ​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໂຮມ​ປະຊຸມ​ດ່ວນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເຫດ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ຫຼ້າ​ສຸດ​ຂອງ ສປປ ​ເກົາຫຼີ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໄດ້​ອອກ​ຖະ​ແຫຼ​ງການ​ເດັດ​ດຽວຄັດຄ້ານ​ເລື່ອງ ສປປ ​ເກົາຫຼີ ຍິງ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5. ​ເລຂາ​ການ​ຂ່າວ​ຂອງ​ທຳນຽບຂ່າວ ທ່ານ Josh Eaernest ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ກ່າວ​ເຕືອນ “ບັນດາ​ຜົນ​ຮ້ານ​ຢ່າງ​ໜັກໜ່ວງ” ພ້ອມ​ທັງ​ສະ​ເໜີ​ບັນດາ​ການ​ນຳ ສ. ​ເກົາຫຼີ ​ແລະ ຍີ່ປຸ່ນ​ທາ​ບທາມ​ຄວາມ​ເຫັນ​ເພື່ອ​ແນ​ໃສ່​ຮັບປະກັນບັນດາ “ການ​ກະທຳ​ເກາະ​ຜິດ​ຂອງ ສປປ ​ເກົາຫຼີ ຕ້ອງ​ຖືກ​ຮັບ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຢ່າງ​ຮ້າຍ​ແຮງ”.


ຂ່າວ/ບົດ​ອື່ນ