ສປປ ເກົາຫຼີຢືນຢັນວ່າ ເລື່ອງຍິງລູກສອນໄຟແມ່ນສິດຂອງປະເທດນີ້

ສປປ ເກົາຫຼີຢືນຢັນວ່າ ເລື່ອງຍິງລູກສອນໄຟແມ່ນສິດຂອງປະເທດນີ້ - ảnh 1
(ພາບ: EPA)

(vovworld) - ວັນທີ 6/7, ສປປ ​ເກົາຫຼີ​ໄດ້​ອອກສຽງ​ອີກ​ຄັ້ງ​ໜຶ່ງ​ກ່ຽວ​ກັບ​ເລື່ອງ ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​ຫວ່າງ​ແລ້ວ​ນີ້​ຂອງ​ຕົນ. ໜັງສືພິມ Rodong Sinmum, ອົງການ​ກະບອກ​ສຽງ​ຂອງ ສປປ ​ເກົາຫຼີ​ໃຫ້​ຮູ້​ວ່າ, ​ເລື່ອງ​ປະ​ເທດ​ນີ້​ຍິງ​ລູກ​ສອນ​ໄຟ​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ມະ​ດາ, ​ເຊິ່ງດຳ​ເນີນ​ໃນ​ເຂດ​ນ່ານທະ​ເລ​ຂອງ ສປປ ​ເກົາຫຼີ​ແລະ ສະ​ແດງ​ໃຫ້​ເຫັນ​ສິດ​ປົກຄອງ​ດ້ວຍ​ຕົນ​ເອງ​ຂອງ​ປະ​ເທດ​ໜຶ່ງ​ທີ່​ມີ​ສິດ​ອຳນາດ. ໜັງສືພິມ​ດັ່ງກ່າວ​ຢືນຢັນ​ວ່າ, ສປປ ​ເກົາຫຼີຈະ​ສືບ​ຕໍ່​ປະຕິບັດ​ສິດ​ປົກຄອງ​ດ້ວຍ​ຕົນ​ເອງ ພ້ອມ​ທັງ​ກ່າວ​ປະນາມ​ເລື່ອງ​ອາ​ເມ​ລິ​ກາ​ເອີ້ນ​ການ​ກະທຳ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ​ແມ່ນ​ການ​ກະທຳ​ທີ່​ມີ​ລັກສະນະ​ເກາະ​ຜິດ ​ແລະ ນາບ​ຂູ່, ​ໃນ​ຂະນະ​ທີ່​ອາ​ເມ​ລິ​ກາ​ພວມ​ຂະຫຍາຍ​ອາວຸດ​ທີ່​ທັນ​ສະ​ໄໝ. ວັນ​ທີ 2/7 ຜ່ານ​ມາ, ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 2 ໜ່ວຍ​ລົງ​ສູ່​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້. ​ໃນ​ຊຸມ​ມື້ກ່ອນ​ນັ້ນ, ສປປ ​ເກົາຫຼີ ກໍ່​ໄດ້​ຍູງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​ຫຼາຍ​ໜ່ວຍ​ອີກ. ການ​ກະທຳ​ນີ້​ຂອງ ສປປ ​ເກົາຫຼີ ​ໄດ້​ປະສົບ​ການ​ຄັດຄ້ານ​ຂອງ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ​ເກົາຫຼີ.

ຂ່າວ/ບົດ​ອື່ນ