ສປປ ເກົາຫລີ ກະກຽມໃຫ້ກອງປະຊຸມສຸດຍອດ ອາເມລິກາ - ສປປເກົາຫລີຄັ້ງທີ 2

(VOVWORLD) -ຕອນບ່າຍວັນທີ 15 ກຸມພາ, ຄະນະຜູ້ແທນຄະນະຫນຶ່ງຂອງສປປ ເກົາຫລີ ລວມມີ ບັນດາເຈົ້າຫນ້າທີ່ຂັ້ນສູງ ໄດ້ເດີນທາງເຖິງ ປັກກີ່ງ ຂອງຈີນ ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫລີຄັ້ງທີ 2 ຄາດວ່າຖືກຈັດຂຶ້ນໃນທ້າຍເດືອນນີ້ຢູ່ຫວຽດນາມ. 

ສປປ ເກົາຫລີ ກະກຽມໃຫ້ກອງປະຊຸມສຸດຍອດ ອາເມລິກາ - ສປປເກົາຫລີຄັ້ງທີ 2 - ảnh 1 ການນຳ ສປປ ເກົາຫລີ Kim Jong un ແລະ ພັນລະຍາເດີນທາງເຖິງປັກກີງ

ພາບ:vietnam+

ຄະນະຜູ້ແທນດັ່ງກ່າວລວມມີ ສະມາຊິກ 12 ຄົນ ໂດຍທ່ານ Kim Chang son ຜູ້ຊ່ວຍວຽກຂອງການນຳ ສປປ ເກົາຫລີ Kim Jong un ໄດ້ເດີນທາງເຖິງສະຫນາມກິນາສາກົນ ປັກກີ່ງ  ໃນຖ້ຽວບິນຂອງບໍລິສັດການບິນື Air China ບິນຈາກ ພຽງຢາງ.

ຄະນະຜູ້ແທນ ສປປ ເກົາຫລີ ຄາດວ່າ ຈະເດີນທາງເຖິງນະຄອນຫລວງ ຮ່າໂນ້ຍ ໃນທ້າຍສັບປະດາ ແລະ ຈະມີການປຶກສາຫາລືກັບວົງການເຈົ້າຫນ້າທີ່ ອາເມລິກາ ກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສຸດຍອດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ