ສປປ ເກົາຫລີ ວິຕົກກັງວົນຕໍ່ການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫລີ

(VOVWORLD) -ແຈ້ງການດັ່ງກ່າວຊີ້ແຈງວ່າ ວັນທີ 3 ມີນາ, ສ. ເກົາຫລີ ແລະ ອາເມລິກາ ໄດ້ດຳເນີນການຊ້ອມຮົບທາງອາກາດຄັ້ງທີ 4 ນັບແຕ່ຕົ້ນປີມາຮອດປະຈຸບັນ ຢູ່ເຂດທະເລທາງທິດຕາເວັນຕົກແຫລມ ເກົາຫລີ
ສປປ ເກົາຫລີ ວິຕົກກັງວົນຕໍ່ການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫລີ - ảnh 1ພົນທະຫານ ອາເມລິກາ ແລະ ສ. ເກົາຫລີ ເຂົ້າຮ່ວມການຊ້ອມຮົບຮ່ວມ. ພາບ:AFP/TTXVN

ສຳນັກຂ່າວສານສູນກາງ ສປປ ເກົາຫລີ (KCNA) ໄດ້ລົງແຈ້ງຂ່າວສື່ມວນຊົນໂດຍທ່ານ ຮອງລັດຖະມົນຕີ ການຕ່າງປະເທດ ສປປ ເກົາຫລີ Kim Son Gyong ຍົກອອກມາ ໃນວັນທີ 5 ມີນາ, ໃນນັ້ນ ຖືວ່າ ບັນດາການຊ້ອມຮົບການທະຫານ ລະຫວ່າງ ສ. ເກົາຫລີ ແລະ ອາເມລິກາ ໄດ້ຍູ້ສະພາບການຢູ່ ແຫລມເກົາຫລີ ຕົກເຂົ້າສູ່ສະພາບອັນຕະລາຍ.

ແຈ້ງການດັ່ງກ່າວຊີ້ແຈງວ່າ ວັນທີ 3 ມີນາ, ສ. ເກົາຫລີ ແລະ ອາເມລິກາ ໄດ້ດຳເນີນການຊ້ອມຮົບທາງອາກາດຄັ້ງທີ 4 ນັບແຕ່ຕົ້ນປີມາຮອດປະຈຸບັນ ຢູ່ເຂດທະເລທາງທິດຕາເວັນຕົກແຫລມ ເກົາຫລີ, ໃນນັ້ນ ໄດ້ລະດົມເຮືອບິນຖິ້ມລະເບີດຍຸດທະສາດ B-1B ແລະ ເຮືອບິນບຸກໂຈມຕີບໍ່ມີຄົນຂັບ MQ-9 Reaper.

ຕາມທ່ານຮອງລັດຖະມົນຕີ Kim Son Gyong ແລ້ວ, ບັນດາການກະທຳຂອງ ອາເມລິກາ ແລະ ສ. ເກົາຫລີ ພວມເຮັດໃຫ້ຄວາມເຄັ່ງຕຶງຢູ່ແຫລມເກົາຫລີ ປີນຂັ້ນໄດ. ສະນັ້ນ ສະຫະປະຊາຊາດ ແລະ ປະຊາຄົມສາກົນ ຄວນເລັ່ງລັດສອງປະເທດຕ້ອງຢຸດຕິການຊ້ອມຮົບຮ່ວມຢ່າງທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ