ສ​ປ​ປລາວ​ ຕີ​ລາ​ຄາ​ສູງ​ບັນ​ດາ​ບົດ​ຮຽນ, ປະ​ສົບ​ການ​ເຊິ່ງ​ຄະ​ນະ​ນັກ​ຊ່ຽວ​ຊານ​ການ​ແພດ ຫວຽດ​ນາມ ແບ່ງ​ປັນ

(VOVWORLD) -ທ່ານ ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ລາວ ໄດ້ຕີລາຄາສູງ ບັນດາບົດຮຽນປະສົບການ, ກໍ່ຄືບັນດາຂໍ້ສະເໜີ, ຄຳເຫັນປະກອບ ເຊິ່ງບັນດານັກຊ່ຽວຊານ ຫວຽດນາມ ໄດ້ແບ່ງປັນກັບ ລາວ.
ສ​ປ​ປລາວ​ ຕີ​ລາ​ຄາ​ສູງ​ບັນ​ດາ​ບົດ​ຮຽນ, ປະ​ສົບ​ການ​ເຊິ່ງ​ຄະ​ນະ​ນັກ​ຊ່ຽວ​ຊານ​ການ​ແພດ ຫວຽດ​ນາມ ແບ່ງ​ປັນ - ảnh 1ພະນັກງານການແພດລາວປະຕິບັດໜ້າທີ່ຢູ່ສະຖານທີ່ວິໄຈ້ຫາເຊື້ອ ຢູ່ນະຄອນຫຼວງ ວຽງຈັນ
(ພາບ: TTXVN)

ເພື່ອແນໃສ່ໜູນຊ່ວນຖັນແຖວພະນັກງານການແພດ ລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນລະຫວ່າງວັນທີ 11 – 15 ພຶດສະພາ, ຢູ່ແຂວງ ຈຳປາສັກ, ຄະນະນັກຊ່ຽວຊານການແພດ ຫວຽດນາມ ໄດ້ແບ່ງເປັນ 2 ກຸ່ມ: ກຸ່ມທີ່ໜຶ່ງເຮັດວຽກກ່ຽວກັບສະພາບໂລກລະບາດ, ວິໄຈຫາເຊື້ອ ແລະ ທຳຄວາມສະອາດສິ່ງແວດລ້ອມ, ແລະ ກຸ່ມທີ 2 ເຮັດວຽກກ່ຽວກັບການຮັບປະກັນຄວາມປອດໄພໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ໂຮງໝໍ ແລະ ກຳລັງຄວາມສາມາດໃນການຄວບຄຸມ, ປິ່ນປົວຜູ້ຕິດເຊື້ອ.ຄະນະນັກຊ່ຽວຊານ ໄດ້ແບ່ງປັນບົດຮຽນປະສົບການ ແລະ ປະກອບຄຳເຫັນໂດຍກົງ ໃຫ້ແກ່ບັນດາກຳລັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງລາວ ຢູ່ສູນແຍກຕົວລວມໝູ່ແຂວງ, ໜ່ວຍງານກວດວິໄຈຫາເຊື້ອ, ໂຮງໝໍກາງສະໜາມ ແລະ ບັນດາໂຮງໝໍຢູ່ແຂວງ ຈຳປາສັກ…

ທ່ານ ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ລາວ ໄດ້ຕີລາຄາສູງ ບັນດາບົດຮຽນປະສົບການ, ກໍ່ຄືບັນດາຂໍ້ສະເໜີ, ຄຳເຫັນປະກອບ ເຊິ່ງບັນດານັກຊ່ຽວຊານ ຫວຽດນາມ ໄດ້ແບ່ງປັນກັບ ລາວ. ຕາມທ່ານແລ້ວ, ບັນດາບົດຮຽນ, ປະສົບການ ເຊິ່ງບັນດານັກຊ່ຽວຊານ ຫວຽດນາມ ໄດ້ແບ່ງປັນນັ້ນ ມີຄວາມຈຳເປັນທີ່ສຸດ, ມີປະສິດທິຜົນສູງ ແລະ ຈະຊ່ວຍປັບປຸງໄດ້ຫຼາຍບັນຫາໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ແຂວງຈຳປາສັກ ເວົ້າລວມ ແລະ ລາວເວົ້າສະເພາະ.

ຕາມແຜນການແລ້ວ, ໃນລະຫວ່າງວັນທີ 16 – 20 ພຶດສະພາ, ຄະນະຈະສືບຕໍ່ໄປເຮັດວຽກຢູ່ແຂວງ ສະຫວັນນະເຂດ, ສູນເສດຖະກິດພາກກາງລາວ ເພື່ອໜູນຊ່ວຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່ອນເວລາໄປເຮັດວຽກຢູ່ ນະຄອນຫຼວງ ວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ