ສ​ປ​ປ.ລາວ ນຳ​ນິ​ພົນ ໂຮ່​ຈີ​ມິນ ຄົບ​ຊຸດ ເຂົ້າ​ໃນ​ການ​ສິດສອນ

(VOVWORLD) -ທີ່ພິທີ, ທ່ານນາງ ປ.ອ ຄຳຫລ້າ ແກ້ວອຸ່ນຄຳ ຮອງຜູ້ອຳນວຍການສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ລາວ ໃຫ້ຮູ້ວ່າ ການນຳນິພົນ ໂຮ່ຈີມິນຄົບຊຸດ ທີ່ໄດ້ແປຈາກພາສາຫວຽດ ເປັນ ພາສາລາວ ເຂົ້າໃນການຮຽນ - ການສອນ ແມ່ນວຽກງານທີ່ມີຄວາມໝາຍແທດຈິງທີ່ສຸດ.
ສ​ປ​ປ.ລາວ ນຳ​ນິ​ພົນ ໂຮ່​ຈີ​ມິນ ຄົບ​ຊຸດ ເຂົ້າ​ໃນ​ການ​ສິດສອນ - ảnh 1ບົດນິພົນ ໂຮ່ຈີມິນ ຄົບຊຸດ (ພາບ: TTXVN)

ວັນທີ 1 ກໍລະກົດ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ດຳເນີນພິທີປະກາດ ແລະ ແນະນຳການຄົ້ນຄ້ວານິພົນໂຮ່ຈີມິນ ຄົບຊຸດ ເຂົ້າໃນວຽກງານການຮຽນ - ການສອນ ຢູ່ສະຖາບັນ. ບົດນິພົນໄດ້ແປຈາກພາສາຫວຽດ ເປັນພາສາລາວ, ລວມມີ: “ໂຮ່ຈີມິນ ຄົບຊຸດ (ທັງໝົດມີ 15 ເຫຼັ້ມ) ແລະ ປຶ້ມວັດຈະນານຸກົມໂຮ່ຈີມິນວິທະຍາ. ທີ່ພິທີ, ທ່ານນາງປ.ອ ຄຳຫລ້າ ແກ້ວອຸ່ນຄຳ ຮອງຜູ້ອຳນວຍການສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ລາວ ໃຫ້ຮູ້ວ່າ ການນຳນິພົນ ໂຮ່ຈີມິນຄົບຊຸດ ທີ່ໄດ້ແປຈາກພາສາຫວຽດ ເປັນ ພາສາລາວ ເຂົ້າໃນການຮຽນ - ການສອນ ແມ່ນວຽກງານທີ່ມີຄວາມໝາຍແທດຈິງທີ່ສຸດ, ຕອບສະໜອງ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກຄົ້ນຄ້ວາ, ນັກຮຽນຮູ້, ຄູອາຈານ, ຜູ້ທີ່ມີຄວາມສົນໃຈສາມາດສຳຜັດ ແລະ ຄົ້ນຄ້ວາ. ທ່ານນາງ ຄຳຫລ້າ ແກ້ວອຸ່ນຄຳ ໄດ້ໄຈ້ແຍກວ່າ ນິພົນ ໂຮ່ຈີມິນຄົບຊຸດແຕ່ລະຫົວ ມີຄຸນຄ່າທິດສະດີທີ່ມີລັກສະນະ ຄຼາດຊິກ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ສ່ອງແສງໃຫ້ເຫັນວິວັດການເຄື່ອນໄຫວຂອງເພິ່ນ, ກ່ຽວກັບແຕ່ລະໄລຍະຂອງປະຫວັດສາດ ປະຕິວັດ ຫວຽດນາມ ແລະ ໃນໂລກ, ແມ່ນບັນດາບົດຮຽນອັນລ້ຳຄ່າບໍ່ພຽງແຕ່ໃຫ້ແກ່ປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງສະຫງວນໃຫ້ທັງມວນມະນຸດ, ບັນດາຜູ້ຮັກຫອມສັນຕິພາບ, ຢາກຄົ້ນຄ້ວາ, ທາບທາມຄຳເຫັນ. ທ່ານປະທານໂຮ່ຈີມິນ ແມ່ນແບບຢ່າງທີ່ໃສແຈ້ງ ກ່ຽວກັບນ້ຳໃຈເສຍສະຫຼະເພື່ອປະຊາຊົນ, ເພື່ອຜົນປະໂຫຍດລວມ, ເພື່ອປະເທດຊາດ, ເພື່ອມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ