ສປປ.ລາວ ປະດັບຫຼຽນໄຊອິດສະຫຼະ ໃຫ້ການນໍາຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນສູນກາງ

(VOVWORLD) -ຜ່ານຫຼາຍໄລຍະປະຫວັດສາດທີ່ຫຍຸ້ງຍາກລໍາບາກ, ສອງປະເທດຫວຽດນາມ - ລາວ ຍັງຄົງເປັນຈິດໜຶ່ງໃຈດຽວ, ສະໜິດຕິດພັນ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ.

ສປປ.ລາວ ປະດັບຫຼຽນໄຊອິດສະຫຼະ ໃຫ້ການນໍາຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນສູນກາງ - ảnh 1 ທ່ານໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ປະດັບຫຼຽນໄຊອິດສະຫຼະໃຫ້ບັນດາການນໍາຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ

(ພາບ: Phuong Hoa/TTXVN)

ຕອນບ່າຍວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ທ່ານໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ປະດັບຫຼຽນໄຊອິດສະຫຼະໃຫ້ບັນດາການນໍາຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ; ຄະນະຊົນເຜົ່າ; ຄະນະສາສະໜາລັດຖະບານ ເພື່ອຮັບຮູ້ການປະກອບສ່ວນຂອງການນໍາຫວຽດນາມໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ. ກ່າວຄໍາເຫັນທີ່ພິທີ, ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ເນັ້ນໜັກວ່າ ຜ່ານຫຼາຍໄລຍະປະຫວັດສາດທີ່ຫຍຸ້ງຍາກລໍາບາກ, ສອງປະເທດຫວຽດນາມ - ລາວ ຍັງຄົງເປັນຈິດໜຶ່ງໃຈດຽວ, ສະໜິດຕິດພັນ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ. ປັດຈຸບັນດນີ້, ໃນວິວັດການເຊື່ອມໂຍງ ແລະ ສ້າງສາປະເທດຊາດ, ນໍ້າໃຈສາມັກຄີີ ແລະ ມູນເຊື້ອອັນດີງາມ ໄດ້ກາຍເປັນປັດໄຈຕັດສິນ ແລະ ຊັບສົມບັດອັນລໍ້າຄ່າຂອງແຕ່ລະຊົນຂາດ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ໂດຍສະເພາະແມ່ນວຽກງານຂົນຂວາຍປະຊາຊົນຂອງສອງປະເທດໃນໄລຍະຜ່ານມາ ຍາມໃດກໍໄດ້ຮັບຄວາມເຄົາລົບນັບຖື ຈາກປະຊາຊົນສອງປະເທດ ແລະ ເປັນຈິດໜຶ່ງໃຈດຽວ ສະໜັບສະໜູນຊຶ່ງກັນ ແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ