ສປປ.ເກົາຫຼີ ກະຕຸກຊຸກຍູ້ອາເມລິກາ ລົບລ້າງທ່າທີ “ເປັນປໍລະປັກ”

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong ho ຖະແຫຼງວ່າ, ພຽງຢາງ ພ້ອມແລ້ວທີ່ຈະ “ເຈລະຈາ ແລະ ປະເຊີນໜ້າ” ກັບວໍຊິງຕັນ

ວັນທີ 23 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong ho ຖະແຫຼງວ່າ, ພຽງຢາງ ພ້ອມແລ້ວທີ່ຈະ “ເຈລະຈາ ແລະ ປະເຊີນໜ້າ” ກັບວໍຊິງຕັນ, ພ້ອມທັງກ່າວເຕືອນອາເມລິກາ ວ່າ ຖ້າຫາກຮັກສາບັນດາຄຳສັ່ງລົງໂທດສປປ.ເກົາຫຼີ ຈະແມ່ນການຄິດໄລ່ຢ່າງຜິດພາດ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດຄຳຖະແຫຼງໂດຍໃຫ້ຮູ້ວ່າ, ທ່ານ Ri Yong ho ກ່າວເຕືອນວ່າ  ພຽງຢາງ ຍັງແມ່ນ “ໄພນາບຂູ່ໃຫຍ່ທີ່ສຸດ” ສຳລັບວໍຊິງຕັນ ໃນໄລຍະຍາວ ຖ້າຫາກວໍຊິງຕັນ ຮັກສາທ່າທີ “ເປັນປໍລະປັກ”. ທ່ານ Ri Yong ho ໄດ້ກ່າວຫາທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ວ່າໄດ້ກີດຂວາງບັນດາການເຈລະຈາລະຫວ່າງອາເມລິກາ - ສປປ.ເກົາຫຼີ, ຖືວ່າ, ທ່ານ Pompeo ເອົາໃຈໃສ່ເຖິງຄວາມມັກໃຫຍ່ໄຝ່ສູງດ້ານການເມືອງຂອງຕົນຫຼາຍກວ່ານະໂຍບາຍການຕ່າງປະເທດຂອງອາເມລິກາ ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ