ສປປເກົາຫຼີ ກ່າວເຕືອນ ບຸກໂຈມຕີສເກົາຫຼີ ໂດຍ“ບໍ່ແຈ້ງກ່ອນ”

ສປປເກົາຫຼີ ກ່າວເຕືອນ ບຸກໂຈມຕີສເກົາຫຼີ ໂດຍ“ບໍ່ແຈ້ງກ່ອນ” - ảnh 1
ການຍິງລູກອນໄພໄລຍະໄກຂອງ ສປປ ເກົາຫຼີ
(ພາບ: Guardian)

(vovworld) – ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​ໃຫ້​ຮູ້​ເມື່ອ​ວັນ​ທີ 20/12 ​ວ່າ: ສປປ ​ເກົາຫຼີ ກ່າວ​ເຕືອນ ຈະ​ດຳ​ເນີນ​ການ​ບຸກ​ໂຈ​ມຕີ “​ໂດຍ​ບໍ່​ແຈ້ງ​ກ່ອນ” ​ເພື່ອ​ໂຕ້​ຕອບ​ບັນດາ​ການ​ແຫ່​ຂະ​ບວນຕ້ານ​ພຽງ​ຢາງ ຖືກ​ດຳ​ເນີນ​​ໃນ​ຕົ້ນອາທິດ​ຢູ່ ​ເຊີ​ອູ​ນ, ​ໃນ​ສະພາບ​ການ ສປປ ​ເກົາຫຼີ ອາ​ໄລ​ຫາ​ວັນ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ອະດີດ​ການ​ນຳ Kim Jong Il ຄົບ​ຮອບ 2 ປີ.

    ຄຳ​ກ່າວ​ເຕືອນ​​ໂດຍ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ ສປປ ​ເກົາ​ຫຼີ ສົ່ງ​ເຖິງ ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ສ ​ເກົາຫຼີ ​ໃນ​ວັນ​ທີ 19/12 ຜ່ານ​ສາຍ​ໂທລະສັບ​ດ່ວນ​ການ​ທະ​ຫານ​ເຂດ​ຝັ່ງ​ທະ​ເລ​ທາງ​ຕິດຕາ​ເວັນ​ຕົກ. ຄຳ​ນາບ​ຂູ່​ດັ່ງກ່າວ​ໄດ້​ຍົກ​ອອກ​ມາພາຍຫຼັງບາງກຸ່ມ​ຮັກສາ​ເດີມ ​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນຢູ່ ​ເຊີ​ອູ​ນ ​ເມື່ອ​ວັນ​ທີ 17/12 ​ເພື່ອ​ຄັດຄ້ານ​ເລື່ອງ ພຽງ​ຢາງ ປະຫານ​ຊີວິດ​ທ່ານ Jang Song – Thaek, ​ເຊິ່ງ​ແມ່ນ​ພີ່ນ້ອງ​ຂອງ​ການ​ນຳ Kim Jong – un. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ທ່ານ Kim Min – seok ​ໃຫ້​ຮູ້​ວ່າ: ​ເຊີ​ອູ​ນ ​ໄດ້​ຕອບ​ໂດຍ​ທັນທີ​ຜ່ານ​ສາຍ​ໂທລະສັບ​ດ່ວນ​ດັ່ງກ່າວ, ໂດຍຢັ້ງຢືນ​ພວມ​ຕິດຕາມ​ຢ່າງ​ໃກ້ຊິດ ​ແລະ ​ຈະໂຕ້​ຕອບ​ຢ່າງ​ແຮງ ຕໍ່ທຸກໆ​ການ​ເຄື່ອນ​ໄຫວ​ເກາະຜິດ​ຂອງ​ພຽງ​ຢາງ.

 

 

 

ຂ່າວ/ບົດ​ອື່ນ