ສປປ.ເກົາຫຼີ ກ່າວເຕືອນວ່າຈະເລີ່ມດຳເນີນທົດລອງນິວເຄຼຍ ແລະ ICBM ຄືນໃໝ່

(VOVWORLD) -ວັນທີ 10 ຕຸລາ, ສປປ.ເກົາຫຼີ ກ່າວເຕືອນວ່າ ຈະເລີ່ມດຳເນີນບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟນຳວິຖີຂ້າມທະວີບ (ICBM) ຄືນໃໝ່

ສປປ.ເກົາຫຼີ ກ່າວເຕືອນວ່າຈະເລີ່ມດຳເນີນທົດລອງນິວເຄຼຍ ແລະ ICBM ຄືນໃໝ່ - ảnh 1 (ພາບປະກອບ: YONHAP/TTXVN)

ພ້ອມທັງກ່າວປະນາມຖະແຫຼງການຫວ່າງມໍ່ໆມານີ້ຂອງສະຫະປະຊາຊາດ ທີ່ກ່າວປະນາມບັນດາເຫດທົດລອງນິວເຄຼຍຂອງສປປ.ເກົາຫຼີ ຄວາມຈິງແມ່ນສ່ອງແສງບັນດາຈຸດປະສົງຂອງອາເມລິກາ. ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຄັດຄຳຖະແຫຼງຂອງໂຄສົກກະຊວງການຕ່າງປະເທດຂອງປະເທດນີ້ທີ່ກ່າວຫາ ອາເມລິກາ ວ່າໄດ້ແກ່ດຶງ 6 ປະເທດເອີລົບ ຍົກອອກຖະແຫຼງການຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ພາຍຫຼັງສປປ.ເກົາຫຼີ ຍິງທົດລອງອັນທີ່ເຂົາເຈົ້າເອີ້ນວ່າລູກສອນໄຟນຳວິຖີທີ່ຍິງຈາກ່ຳປັ່ນດຳນ້ຳ (SLBM) ເມື່ອວັນທີ 02 ຕຸລາ.  ເຈົ້າໜ້າທີ່ຜູ້ດັ່ງກ່າວຊີ້ແຈ້ງວ່າ, ການປະພຶດ “ບໍ່ມີຄວາມຍຸຕິທຳ” ຂອງສະພາຄວາມໝັ້ນຄົງ “ບັງຄັບໃຫ້ພວກຂ້າພະເຈົ້າຕ້ອງພິຈາລະນາຄືນບັນດາບາດກ້າວເດີນ ເຊິ່ງພວກຂ້າພະເຈົ້າໄດ້ດຳເນີນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈສຳລັບອາເມລິກາ”. ໂຄສົກທ່ານນີ້ກໍ່ກ່າວປະນາມອາເມລິກາ ວ່າ ໄດ້ທຳລາຍບັນດາການເຈລະຈາຂັ້ນນັກວິຊາການເມື່ອຕົ້ນເດືອນກັນຍາ. ມີນັກຊ່ຽວຊານບາງທ່ານຖືວ່າ ຄຳນາບຂູ່ດັ່ງກ່າວຂອງສປປ.ເກົາຫຼີ ອາດຈະແມ່ນຍຸດໂທບາຍກໍ່ຄວາມກົດດັນ ເພື່ອບັງຄັບໃຫ້ອາເມລິກາ ຕ້ອງປະນິປະນອມ, ຍ້ອນການເລີ່ມເຄື່ອນໄຫວບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟໄລຍະໄກ ພຽງແຕ່ເຮັດໃຫ້ການເຈລະຈາຖືກຜິດທາງ, ເຮັດໃຫ້ສປປ.ເກົາຫຼີ ຖືກປິດລ້ອມຕື່ມອີກ ແລະ ສົ່ງຜົນສະທ້ອນເຖິງບັນດາແງ່ຫວັງສ້າງພື້ນຖານເສດຖະກິດທີ່ອ່ອນດ້ອຍຂອງປະເທດນີ້ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ