ສປປ.ເກົາຫຼີ ຄິດໄລ່ຊັ່ງຊາເລື່ອງຈັດຕັ້ງການພົບປະສຸດຍອດຄັ້ງທີ 2 ກັບອາເມລິກາ

(VOVWORLD) -ວັນທີ 06 ກໍລະກົດ, ສຳນັກຂ່າວສານ Kyodo ໄດ້ຄັດບາງແຫຼ່ງຂ່າວທາງການທູດໂດຍໃຫ້ຮູ້ວ່າ

ສປປ.ເກົາຫຼີ ຄິດໄລ່ຊັ່ງຊາເລື່ອງຈັດຕັ້ງການພົບປະສຸດຍອດຄັ້ງທີ 2 ກັບອາເມລິກາ - ảnh 1 ນຳສປປ.ເກົາຫຼີ Kim Jong un ແລະ ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: THX/TTXVN)

ສປປ.ເກົາຫຼີ ພວມຊອກຫາສະຖານທີ່ຢູ່ສະວິດ ເພື່ອອາດຈະຈັດຕັ້ງການພົບປະສຸດຍອດຄັ້ງທີ 2 ລະຫວ່າງການນຳສປປ.ເກົາຫຼີ Kim Jong un ແລະ ທ່ານປະທານາທິບໍດີອາເມລິກາ Donald Trump. ຕາມບັນດາແຫຼ່ງຂ່າວດັ່ງກ່າວແລ້ວ, ບັນດານັການທູດສປປ.ເກົາຫຼີ ໄດ້ໄປຍັງນະຄອນ Bern, Davos ແລະ Geneva ປະເທດສະວິດ, ເພື່ອສະສົມຂໍ້ມູນກ່ຽວກັບບັນດາໂຮງແຮມ ແລະ ສູນກອງປະຊຸມສາກົນ ເພື່ອອາດຈະຈັດຕັ້ງການພົບປະຄັ້ງສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ແລະ ບັນດາການເຈລະຈາ ໂດຍມີການເຂົ້າຮ່ວມຂອງຈີນ ແລະ ສ.ເກົາຫຼີ. ເບິ່ງຄືວ່າ, ສປປ.ເກົາຫຼີ ພວມຄິດໄລ່ຊັ່ງຊາຄວາມສາມາດຈັດຕັ້ງການພົບປະຄັ້ງສຸດຍອດກັບອາເມລິກາ ແລະ ບັນດາການປຶກສາຫາລືອື່ນໃນໄລຍະດຳເນີນເວທີປາໄສເສດຖະກິດໂລກ, ເຊິ່ງຄາດວ່າຈະໄດ້ຈັດຕັ້ງຢູ່ Davos ໃນເດືອນມັງກອນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ