ສປປ.ເກົາຫຼີ ຄີລາຄາຢ່າງຕັ້ງໜ້າກ່ຽວກັບວຽກງານກະກຽມຂອງປະເທດເຈົ້າພາບຈັດຕັ້ງ Olympic PyeongChang 2018

(VOVWORLD) - ວັນທີ 27 ມັງກອນ, ຄະນະປະຕິບັດງານ ສປປ.ເກົາຫຼີ ໄດ້ກັບເມືອປະເທດ ພາຍຫລັງການປະຕິບັດງານທີ່ແກ່ຍາວເປັນເວລາ 3 ວັນ ແນໃສ່ກະກຽມໃຫ້ກອງສະແດງ teakwondo ຂອງປະເທດນີ້ 


ໄປຍັງ ສ.ເກົາຫຼີ ເຂົ້າຮ່ວມ Olympic ລະດູໜາວ PyeongChang 2018 ຊຶ່ງດຳເນີນແຕ່ວັນທີ 9 – 25 ກຸມພາ ຈະມາເຖິງ. ຕາມສຳນັກຂ່າວສານ Yopnhap ຂອງ ສ.ເກົາຫຼີ ແລ້ວ, ຄະນະປະຕິບັດງານຂອງ ສປປ.ເກົາຫຼີ ໄດ້ມີຄວາມເພິ່ງພໍໃຈທີ່ສຸດ ຕໍ່ຕາຕະລາງທີ່ສະຫງວນໃຫ້ກອງສະແດງ teakwondo, ພຽງແຕ່ເພີ່ມເຕີມບາງຄວາມຮຽກຮ້ອງຕ້ອງການ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ກອງສະແດງ. ໃນ 2, 3 ອາທິດຜ່ານມາ, 2 ພາກ ເກົາຫຼີ ໄດ້ຈັດຕັ້ງບັນດາການພົບປະປຶກສາຫາລືກ່ຽວກັບການເຂົ້າຮ່ວມຂອງ ສປປ.ເກົາຫຼີ ຢູ່ Olympic ລະດູໜາວ PyeongChang 2018.


ຕອບກັບ

ຂ່າວ/ບົດ​ອື່ນ