ສປປ.​ເກົາຫຼີ ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ນະ​ໂຍບາຍ​ສໍາຄັນ

(VOVWORLD) -ນີ້ແມ່ນການກະທໍາທີ່ໜ້າສົນໃຈທີ່ສຸດຂອງ ສປປ.ເກົາຫຼີ ນັບແຕ່ເມື່ອໃນຕົ້ນເດືອນຜ່ານມາ ພຽງຢ່າງ ໄດ້ປະກາດຈະຈັດຕັ້ງກອງປະຊຸມ ເພື່ອຕົກລົງກ່ຽວກັບ “ບັນດາບັນຫາສໍາຄັນ”. 
ສປປ.​ເກົາຫຼີ ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ນະ​ໂຍບາຍ​ສໍາຄັນ - ảnh 1ກອງປະຊຸມປຶກສາຫາລືທໍາອິດ ຂອງ ຄະນະກໍາມະການສູນກາງຂອງພັກແຮງງານ ສປປ.ເກົາຫຼີ (ພາບ:AFP/TTXVN)

        ວັນທີ 29 ທັນວາ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ຄະນະກໍາມະການສູນກາງຂອງພັກແຮງງານ ສປປ.ເກົາຫຼີ ໄດ້ດໍາເນີນກອງປະຊຸມປຶກສາຫາລືທໍາອິດ ຄືດັ່ງທີ່ໄດ້ປະກາດກ່ອນໜ້ານັ້ນ ເພື່ອປຶກສາຫາລື ກ່ຽວກັບ “ບັນດານະໂຍບາຍສໍາຄັນໃຫ້ແກ່ໄຊຊະນະໃໝ່ໃນການປະຕິວັດ”. ຕາມ KCNA ແລ້ວ, ການນໍາ ສປປ.ເກົາຫຼີ Kim Jong un  ໄດ້ເປັນປະທານກອງປະຊຸມດັ່ງກ່າວ.

        ກອງປະຊຸມດັ່ງກ່າວ ໄດ້ຮັບຖືວ່າ ແມ່ນການກະທໍາທີ່ໜ້າສົນໃຈທີ່ສຸດຂອງ ສປປ.ເກົາຫຼີ ນັບແຕ່ເມື່ອໃນຕົ້ນເດືອນຜ່ານມາ ພຽງຢ່າງ ໄດ້ປະກາດຈະຈັດຕັ້ງກອງປະຊຸມ ເພື່ອຕົກລົງກ່ຽວກັບ “ບັນດາບັນຫາສໍາຄັນ”. ສິ່ງດັ່ງກ່າວ ກໍໄດ້ເຮັດໃຫ້ມີຫຼາຍຄໍາເຫັນໂດຍຖືວ່າ ພຽງຢ່າງ ອາດຈະຍົກອອກບັນດາຄໍາຕັດສິນກ່ຽວກັບນະໂຍບາຍ, ເຊິ່ງອາດຈະກ່ຽວຂ້ອງເຖິງວິວັດການເຈລະຈານິວເຄຼຍ ກັບ ອາເມລິກາ ທີ່ພວມຖືກຢຸດສະງັກ.


ຕອບກັບ

ຂ່າວ/ບົດ​ອື່ນ