ສປປເກົາຫຼີ ຈະຖືກຕົກຢູ່ໂດດດຽວ ຖ້າຫາກຍິງລູກສອນໄຟ

 ສປປເກົາຫຼີ ຈະຖືກຕົກຢູ່ໂດດດຽວ ຖ້າຫາກຍິງລູກສອນໄຟ - ảnh 1

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ Victoria Nuland

(ພາບ:ອິນ​ເຕີ​ແນັດ)

( vovworld ) – ​ໃນ​ບົດ​ວິຈານ​ສຳລັບ​ບັນດາ​ຮູບ​ພາບ​ທີ່​ຖືກ​ຖື​ວ່າ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ພວມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກະກຽມ​ໃຫ້ການ​ຍິງ​ທົດ​ລອງ​ນິວ​ເຄຼຍຄັ້ງທີ 3 ນັ້ນ, ວັນ​ທີ 10/4, ຢູ່​ວໍ​ຊິງ​ຕັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ນາງ Victoria Nuland ​ໄດ້​ຊີ້​ແຈ້ງວ່າ ການ​ດຳ​ເນີນການ​ຍິງ​ທົດ​ລອງ​ນິວ​ເຄຼຍ​ໃນ​ອະນາຄົດ​ຂອງ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ຈະ​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້​ຖືກ​ຕົກ​ຢູ້​ໂດດ​ດຽວ ​ໃນ​ປະຊາ​ຄົມ​ໂລກ. ທ່ານ​ນາງ Victoria Nuland ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ອາ​ເມ​ລິ​ກາ ບໍ່​ທັນ​ຢືນຢັນ​ວ່າ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ພວມ​ກະກຽມ​ໃຫ້ການ​ທົດ​ລອງ​ນິວ​ເຄຼຍອື່ນໆ​ພ້ອມກັບ​ການ​ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ​ໃນ​ເດືອນ 4 ນີ້ຫຼື​ບໍ່ , ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ Victoria Nuland ກໍ​ໄດ້​ຊຸກຍູ້​ຈີນ ຈົ່ງ​ນຳ​ໃຊ້​ຜົນ​ສະທ້ອນ​ຂອງ​ຕົນ ​ເພື່ອ​ເກັ້ຍກ່ອມ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ບໍ່​ດຳ​ເນີນ​ການ​ຍິງ​ດາວ​ທຽມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ມາ​ຮອດ​ປະຈຸ​ບັນ, ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ຍັງຢືນຢັນວ່າ ປະ​ເທດ​ນີ້​ຈະ​ດຳ​ເນີນ​ການ​ຍິງ​ດາວ​ທຽມ​ໃນ​ລະຫວ່າງ​ວັນ​ທີ 12-16/4 ​ແລະ ນີ້​ແມ່ນ​ດາວ​ທຽມ​ສຳ​ຫຼວດພະຍາກອນ​ອາກາດ ​ແລະ ປະ​ເທດ​ນີ້​ໄດ້​ເຊີນ​ນັກ​ຂ່າວ​ຕ່າງປະ​ເທດ​ຈຳນວນ​ໜື່ງ, ​ໃນ​ນັ້ນມີ​ນັກ​ຂ່າວ​ອາ​ເມ​ລິ​ກາ ມາ​ເພື່ອ​​ສັງ​ເກດ​ເຫດການ​ນີ້.

 

 

 

 

 

 

ຂ່າວ/ບົດ​ອື່ນ