ສ​ປ​ປ.ເກົາຫຼ​ີ ຊຸກ​ຍ​ູ​້​ການ​ຮ່ວມ​ມື​ກັບ ​ຊ​ີ​ຣີ

(VOVWORLD) - ວັນທີ 1 ພຶດສະພາ, ຄະນະເຈົ້າໜ້າທີ່ ສປປ.ເກົາຫຼີ ໂດຍທ່ານ Pak Myong – gu ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ນຳໜ້າຄະນະໄດ້ມີການຢ້ຽມຢ້າມ ຊີຣີ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ.
ສ​ປ​ປ.ເກົາຫຼ​ີ  ຊຸກ​ຍ​ູ​້​ການ​ຮ່ວມ​ມື​ກັບ ​ຊ​ີ​ຣີ - ảnh 1 ທ່ານ Pak Myong – gu ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ທ່ານ  Faisal Mekdad ຄູ່ຮ່ວມຕຳແໜ່ງຂອງ ຊີຣີ (ພາບ: Sana)

ຢູ່ ຊີຣີ, ທ່ານ Pak Myong – gu ຮອງລັດຖະມົນຕີການຕ່າງປະເທດ ແລະ ຄະນະຜູ້ແທນສປປ.ເກົາຫຼີໄດ້ມີການພົບປະກັບທ່ານ  Faisal Mekdad ຄູ່ຮ່ວມຕຳແໜ່ງຂອງ ຊີຣີ. ໃນນັ້ນ, ສອງຝ່າຍໄດ້ເນັ້ນໜັກເຖິງການຮ່ວມມືສອງຝ່າຍໃນບັນດາຂົງເຂດ ເສດຖະກິດ, ການທະຫານ ແລະ ການເມືອງ. ທ່ານ Mekdad ຮຽກຮ້ອງໃຫ້ຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ ເພື່ອຮັບມືກັບບັນດາມາດຕະການຂວ້ຳບາດ ແລະ ຂໍ້ລົງໂທດດ້ານເສດຖະກິດ ຂອງ ອາເມລິກາ ເຊິ່ງສອງປະເທດລ້ວນແຕ່ຕ້ອງປະເຊີນໜ້າ. ຄຽງຄູ່ກັນນັ້ນ, ນັກການທູດ ຊີຣີກໍ່ຕຳໜິຕິຕຽນ ອາເມລິກາວ່າ ບໍ່ເຄົາລົບບັນດາພັນທະທີ່ກ່ຽວຂ້ອງພາຍຫຼັງ ບັນດາການເຈລະຈາກັບ ສປປ.ເກົາຫຼີ ກ່ຽວກັບວິວັດທະນາການ ສ້າງແຫຼມ ເກົາຫຼີປອດນິວເຄຼຍ

ສ່ວນ ທ່ານ Pak ຢັ້ງຢືນວ່າ ສປປ.ເກົາຫຼີ ຖືເປັນສຳຄັນການພົວພັນກັບຊີຣີ ແລະ ຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນຫຼັກໝັ້ນຂອງ Damacus ຢູ່ບັນດາເວທີປາໄສສາກົນ. ທ່ານ ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ໄດ້ກ່າວປະນາມຢ່າງຮຸນແຮງເລື່ອງທ່ານ Donald Trump ຮັບຮອງເອົາ ເຂດພູພຽງ Golan ແມ່ນດິນແດນສ່ວນໜຶ່ງ ທີ່ຂຶ້ນກັບ ອະທິປະໄຕ ຂອງ ອິດສະຣາແອັນ. ພ້ອມທັງເນັ້ນໜັກວ່າ ສປປ.ເກົາຫຼີ ປາດຖະໜາຢາກເຂົ້າຮ່ວມວິວັດທະນາການສ້າງສາ ຊີຣີ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ