ສ​ປ​ປ.ເກົາຫຼີ ຊ້ອມຮົບ​ຍິງ​ລູກ​ສອນ​ໄຟດ້ານ​ຍຸດ​ທະ​ສາດ

(VOVWORLD) -ຕອນເຊົ້າວັນທີ 24 ກຸມພາ, ສປປ.ເກົາຫຼີ ຢັ້ງຢືນໄດ້ດຳເນີນການ ຊ້ອມຮົບຍິງລູກສອນໄພດ້ານຍຸດທະສາດ ໃນຮຸ່ງເຊົ້າວັນທີ 23 ກຸມພາ.
ສ​ປ​ປ.ເກົາຫຼີ ຊ້ອມຮົບ​ຍິງ​ລູກ​ສອນ​ໄຟດ້ານ​ຍຸດ​ທະ​ສາດ - ảnh 1ສປປ.ເກົາຫຼີ ຍິງລູກສອນໄຟດ້ານຍຸດທະສາດ (ພາບ: TTXVN)

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ສປປ.ເກົາຫຼີ ໄດ້ຍິງ “ລູກສອນໄຟ ດ້ານ ຍຸດທະສາດ Hwasal-2” 4 ລູກຈາກນະຄອນ Kim Chaek ອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ລູກສອນໄຟໄດ້ຍິງຖືກເປົ້າໝາຍຢູ່ທະເລພາຍຫຼັງ ບິນໄປສູ່ 2000 ກິໂລແມັດ. KCNA ໃຫ້ຮູ້ວ່າ ການຊ້ອມຮົບອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ສະພາບການກຽມພ້ອມ ສູ້ຮົບຂອງກຳລັງສູ້ຮົບນິວເຄຼຍ ສປປ.ເກົາຫຼີ ເພີ່ມທະວີຄວາມສາມາດບຸກໂຈມຕີດ້ວຍນິວເຄຼຍ ຕ້ານຄືນບັນດາກຳລັງທີ່ເປັນປໍລະປັກ.

ຕອບກັບ

ຂ່າວ/ບົດ​ອື່ນ