ສ​ປ​ປ.ເກົາຫຼີ ຍົກ​ເລີກ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ ສ.ເກົາຫຼີ

(VOVWORLD) - ວັນທີ 8 ກຸມພາ, ກະຊວງເອກະພາບ ສ.ເກົາຫຼີ ໄດ້ປະກາດວ່າ ບໍ່ຍອມຮັບການກະທຳຕາມລຳພັງຝ່າຍດຽວດັ່ງກ່າວຂອງ ສປປ.ເກົາຫຼີ.
ສ​ປ​ປ.ເກົາຫຼີ ຍົກ​ເລີກ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ ສ.ເກົາຫຼີ - ảnh 1ແຂກທ່ອງທ່ຽວມາຢ້ຽມຊົມສວນສາທາລະນະ Imjingak (ພາບປະກອບ: AFP/TTXVN)

ຕາມສຳນັກຂ່າວສານສູນກາງ ຂອງ ສປປ.ເກົາຫຼີ (KCNA) ແລ້ວ, ວັນທີ 07 ກຸມພາ, ປະເທດນີ້ ໄດ້ຍົກເລີກກົດໝາຍວ່າດ້ວຍການຮ່ວມມືດ້ານເສດຖະກິດ ເໜືອ -  ໃຕ້, ກົດໝາຍວ່າດ້ວຍເຂດທ່ອງທ່ຽວສາກົນ ພູ Kumgang ແລະ ບັນດາຂໍ້ກຳນົດກົດລະບຽບ, ກໍຄືບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານເສດຖະກິດເໜືອ - ໃຕ້. ສ່ວນຝ່າຍ ສ.ເກົາຫຼີ, ວັນທີ 8 ກຸມພາ, ກະຊວງເອກະພາບ ສ.ເກົາຫຼີ ໄດ້ປະກາດວ່າ ບໍ່ຍອມຮັບການກະທຳຕາມລຳພັງຝ່າຍດຽວດັ່ງກ່າວຂອງ ສປປ.ເກົາຫຼີ.

        ກ່ອນໜ້ານັ້ນ, ເດືອນ ມັງກອນ ຜ່ານມາ, ສປປ.ເກົາຫຼີ ກໍໄດ້ຍົກເລີກການກະທຳຂອງຫຼາຍອົງການຮັບຜິດຊອບກ່ຽວກັບບັນດາບັນຫາ ລະຫວ່າງ ສປປ.ເກົາຫຼີ ກັບ ສ.ເກົາຫຼີ, ເຊິ່ງລວມມີ: ຄະນະກຳມະການສ້າງເອກະພາບ, ສັນຕິພາບຄືນໃໝ່, ກົມຮ່ວມມືດ້ານເສດຖະກິດແຫ່ງຊາດ ແລະ ກົມທ່ອງທ່ຽວສາກົນ Kumgansan ເຊິ່ງເປັນບັນດາອົງການ ທີ່ໄດ້ສ້າງຕັ້ງຂຶ້ນມາເພື່ອອຳນວຍຄວາມສະດວກໃຫ້ແກ່ການເຈລະຈາລະຫວ່າງສອງປະເທດ, ຜັນຂະຫຍາຍບັນດາການເຈລະຈາ ແລະ ຮ່ວມມືສອງຝ່າຍ.

        ໄລຍະມໍ່ໆມານີ້, ສະພາບການຢູ່ແຫຼມ ເກົາຫຼີ ມີຄວາມເຄັ່ງຕັງກວ່າເກົ່າ ພາຍຫຼັງທີ່ເກີດມີຫຼາຍເຫດທົດລອງລູກສອນໄຟຈາກ ພຽງຢ່າງ, ກໍຄືບັນດາເຫດຍິງລູກປືນໃຫຍ່ຈາກ ທັງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນຂອບເຂດການຊ້ອມຮົບຍິງປືນແທ້ຄັ້ງຕ່າງໆ.   

ຕອບກັບ

ຂ່າວ/ບົດ​ອື່ນ