ສປ​ປ.ເກົາຫຼີ ຍິງ​ບັນ​ດາ​ວັດ​ຖຸ​ທີ່​ຍັງ​ບໍ່​ທັນ​ກຮັບ​ການຢ​ັ້ງ​ຢືນ

(VOVWORLD) -ໃນຕອນເຊົ້າວັນທີ 6 ສິງຫາ, ຢູ່ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຈັດຕັ້ງກອງປະຊຸມດ່ວນຂອງບັນດາລັດຖະມົນຕີທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງເພື່ອປຶກສາຫາລືກ່ຽວກັບເຫດຍິງວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນໄດ້ຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ.
ສປ​ປ.ເກົາຫຼີ ຍິງ​ບັນ​ດາ​ວັດ​ຖຸ​ທີ່​ຍັງ​ບໍ່​ທັນ​ກຮັບ​ການຢ​ັ້ງ​ຢືນ - ảnh 1ລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: TTXVN)

ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 6 ສິງຫາ, ສປປ.ເກົາຫຼີ ໄດ້ຍິງວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນເຂົ້າໃສ່ເຂດທະເລຕາເວັນອອກຂອງປະເທດນີ້, ໂດຍແມ່ນທະເລຂອງຍີ່ປຸ່ນ. ຕາມສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ (JCS)ແລ້ວ, ບັນດາວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນນັ້ນ ໄດ້ຍິງເປັນ 2 ຄັ້ງໃນຕອນເຊົ້າວັນທີ 6 ສິງຫາ, ຈາກທາງທິດໃຕ້ແຂວງ Hoang – He ຂອງ ສປປ.ເກົາຫຼີ. JCS ໃຫ້ຮູ້ວ່າ: ພວມຕິດຕາມສະພາບການໃນກໍລະນີມີເຫດຍິງວັດຖຸຕື່ມອີກ ແລະ ຮັກສາສະພາບກຽມພ້ອມ. ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ຖະແຫຼງວ່າ ວໍຊິງຕັນ ພວມຕິດຕາມສະພາບການ ແລະ ປຶກສາຫາລືກັບບັນດາສຳພັນທະມິດແມ່ນ ສ.ເກົາຫຼີ ແລະ ຍີ່ປຸ່ນ.

        ແລະກໍ່ໃນຕອນເຊົ້າວັນທີ 6 ສິງຫາ, ຢູ່ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຈັດຕັ້ງກອງປະຊຸມດ່ວນຂອງບັນດາລັດຖະມົນຕີທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງເພື່ອປຶກສາຫາລືກ່ຽວກັບເຫດຍິງວັດຖຸທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນໄດ້ຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ