ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) -ວັດຖຸບິນເຊິ່ງ ສປປ.ເກົາຫຼີ ຫາກໍ່ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ, ເບິ່ງຄືວ່າໄດ້ຕົກຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງ ຍີປຸ່ນ.
ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ
(ພາບປະກອບ: AFP/TTXVN)

ກອງທັບ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນອອກສູ່ເຂດທະເລທາງທິດຕາເວັນອອກ ຕອນຮຸ່ງເຊົ້າວັນທີ 25 ກັນຍາ. ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ ໄດ້ພົບເຫັນເຫດຍິງລູກວອນໄຟຂອງ ພຽງຢາງ ຈາກເຂດອ້ອມກັບເຂດ Taechon, ພາກເໜືອ Pyongan, ໃນເວລາ 6 ໂມງ 53 ນາທີ (ຕາມເວລາທ້ອງຖິ່ນ).

ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ, ວັດຖຸບິນເຊິ່ງ ສປປ.ເກົາຫຼີ ຫາກໍ່ຍິງນັ້ນ ອາດຈະແມ່ນລູກສອນໄຟນຳວິຖີ, ເບິ່ງຄືວ່າໄດ້ຕົກຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງ ຍີປຸ່ນ. ຫຼັງຈາກນັ້ນ, ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຢືນຢັນວ່າ ຍັງບໍ່ທັນໄດ້ຮັບບົດລາຍງານຄວາມເສຍຫາຍກ່ຽວກັບກ່ຳປັ່ນຂອງ ຍີ່ປຸ່ນ ຍ້ອນເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ກໍ່ຂຶ້ນເທື່ອ.

ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໄດ້ດຳເນີນພາຍຫຼັງ 2 ວັນທີ່ກ່ຳປັ່ນແລ່ນດ້ວຍພະລັງງານນິວເຄຼຍ USS Ronald Reagan ຂອງ ອາເມລິກາ ໄປເຖິງ Busan ເພື່ອເຂົ້າຮ່ວມການຊ້ອມຮົບຮ່ວມກັບກອງທັບເຮືອ ສ.ເກົາຫຼີ ໃນທ້າຍເດືອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ